ຫນ່ວຍສະເພາະກິດວ່າ: ສະຖານທີ່ປິ່ນປົວເຕັມໃນເວລາອັນໃກ້ນີ້

ຂໍ້ຄວາມສໍາຄັນສໍາລັບທຸກຄົນ ພະຍາດໂຄວິດ-19 ບໍ່ແມ່ນສິ່ງທີ່ໄກໂຕອີກຕໍ່ໄປ. ຮອດເວລາແລ້ວທີ່ພວກເຮົາທຸກຄົນຕ້ອງໄດ້ຮ່ວມໃຈກັນປ້ອງກັນຕົນເອງ ແລະ ຄອບຄົວຢ່າງຈິງຈັງ.

ຈຳນວນຄົນເຈັບໃໝ່ທີ່ສູງກ່ວາຈຳນວນຄົນເຈັບທີ່ອອກຈາກສະຖານທີ່ປິ່ນປົວ ຈະເຮັດໃຫ້ສະຖານທີ່ປິ່ນປົວເຕັມໃນເວລາອັນໃກ້ນີ້. ຄະນະສະເພາະກິດພວມພິຈາລະນາຄືນເງື່ອນໄຂການເຂົ້າປິ່ນປົວຢູ່ໂຮງໝໍ ແລະ ແນວທາງການປິ່ນປົວໃໝ່ຈະໄດ້ຖືກນຳສະເໜີຕໍ່ມວນຊົນໃນໄວໆນີ້.

ໂຮງໝໍສູນກາງ ແລະ ໂຮງໝໍແຂວງຈະເປັນສະຖານທີ່ປິ່ນປົວສຳລັບຄົນເຈັບທີ່ມີອາການປານກາງ ເຖິງຂັ້ນວິກິດເທົ່ານັ້ນເພາະຄົນເຈັບກຸ່ມດັ່ງກ່າວຕ້ອງໃຊ້ອຸປະກອນການແພດ ແລະ ຕ້ອງມີການຕິດຕາມອາການຢ່າງໃກ້ຊິດ ແລະ ການຊົມໃຊ້ຕຽງແມ່ນເກືອບເຕັມທຸກວັນ.

ໃຫ້ທຸກຄົນຈົ່ງຮ່ວມມືຊ່ວຍກັນຕ້ານພະບາດໂລກໂຄວິກນີ້ໃຫ້ເຂັ້ມງວດເພາະ ພວກເຮົາທຸກຄົນບໍ່ຢາກໃຫ້ທຸກຄົນ ຫຼື ເຫັນຄົນເຮົາໃນ ຄອບຄົວທົ່ວປະເທດ ເຈັບເປັນ ແລະ ເສຍຊີວິດຈາກ ພະຍາດໂຄວິດ-19. ຂໍໃຫ້ບັນດາທ່ານມີສະຕິ, ລະມັດລະວັງຕົນເອງ ແລະ ຄອບຄົວ.

Related Posts

Leave a Reply

Your email address will not be published. Required fields are marked *