8 ສາເຫດທີ່ເຮັດໃຫ້ການຮຽນ-ການສອນທາງໄກບໍ່ທົ່ວເຖິງ ແລະ ບໍ່ໄດ້ຄຸນນະພາບ

8 ສາເຫດທີ່ເຮັດໃຫ້ການຮຽນ-ການສອນທາງໄກບໍ່ທົ່ວເຖິງ ແລະ ບໍ່ໄດ້ຄຸນນະພາບ

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊີ້ແຈງໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 4 ພະຈິກ 2021 ວ່າ: ເພື່ອສືບຕໍ່ (ປະຄັບປະຄອງ) ການຮຽນ-ການສອນຢ່າງຕໍ່ເນື່ອງ ທັງປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ພວກເຮົາໄດ້ຈັດການຮຽນ-ການສອນຄື: 1) ບ່ອນບໍ່ມີການລະບາດ ແລະ ມີຄວາມສ່ຽງໜ້ອຍເປັນໂຮງຮຽນຂະໜາດນ້ອຍ ຫຼື ກາງ ໃຫ້ຈັດການຮຽນ-ການສອນແບບປົກກະຕິໃນໂຮງຮຽນ ເຊິ່ງໄດ້ຜັດປ່ຽນກັນມາຮຽນ; 2) ບ່ອນທີ່ເປັນເຂດແດງ ໃຫ້ຈັດການຮຽນ-ການສອນທາງໄກເຊັ່ນ: ໃຫ້ນັກຮຽນ ຮຽນຢູ່ເຮືອນໂດຍໃຊ້ເອກະສານ ແລະ ພົບຄູເປັນບາງຄັ້ງ, ຮຽນຜ່ານໂທລະພາບ, ວິທະຍຸ, ຮຽນແບບອອນລາຍ ແລະ 3) ການຈັດການຮຽນ-ການສອນແບບປະສົມປະສານລະຫວ່າງການຮຽນ-ການສອນແບບ ເຊິ່ງໜ້າຕາມປົກກະຕິຢູ່ໂຮງຮຽນ ກັບການຈັດການຮຽນ-ການສອນທາງໄກຕາມຄວາມເໝາະສົມ.

ຜ່ານການຈັດຕັ້ງປະຕິບັດ ຍັງເຫັນວ່າມີຫຼາຍສາເຫດທີ່ເຮັດໃຫ້ການຮຽນ-ການສອນທາງໄກບໍ່ທົ່ວເຖິງ ແລະ ບໍ່ໄດ້ຄຸນນະພາບເຊັ່ນ:1. ຄວາມພ້ອມດ້ານພື້ນຖານໂຄງລ່າງເພື່ອສຸມໃສ່ການຫັນປ່ຽນຈາກການຮຽນແບບເຊິ່ງໜ້າປົກກະຕິມາເປັນການສຶກສາແບບທາງໄກໃຫ້ໄດ້ຄຸນນະພາບ ຕິດພັນກັບການຫັນເປັນທັນສະໄໝ ແລະ ວິຖີຊີວິດແບບໃໝ່ປົກກະຕິຍັງຈໍາກັດ.

2. ມີພຽງນັກຮຽນຈຳນວນໜຶ່ງທີ່ພໍ່ແມ່-ຜູ້ປົກຄອງສາມາດຊື້ເຄື່ອງມືອີເລັກໂຕຣນິກເຊັ່ນ: ແທບເລັດ/ໂນດບຸກ ຫຼື ສະມາດໂຟນໃຫ້ແກ່ລູກຫຼານຂອງຕົນໄດ້.

3. ຄ່າອີນເຕີເນັດຍັງແພງ.

4. ໂຮງຮຽນຫຼາຍແຫ່ງບໍ່ມີໄຟຟ້າໃຊ້.

5. ການຊົມໃຊ້ຊ່ອງໂທລະພາບສຶກສາກິລາຂອງປະຊາຊົນ ຍັງກວມເປີເຊັນໜ້ອຍ.

6. ຄວາມພ້ອມຂອງຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນແລະ ຄຸນນະພາບຂອງຄູ-ອາຈານ ຄວາມພ້ອມຍັງບໍ່ທັນສູງ.

7. ງົບປະມານບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາການສຶກສາ ແລະ ກິລາ ໃນໄລຍະໃໝ່ ເຊັ່ນ ໃນປີ 2019 ຂະແໜງການສຶກສາ ແລະ ກິລາ ໄດ້ຮັບງົບປະມານພຽງແຕ່ 12,6% ຂອງລາຍຈ່າຍລັດຖະບານ, ປີ 2020 ໄດ້ 11,3% ແລະ ປີ 2021 12,73%.

8. ການປຸກລະດົມປະຊາຊົນ, ພໍ່ແມ່ຜູ້ປົກຄອງ, ຜູ້ປະກອບການ ແລະ ພາກສ່ວນໃນສັງຄົມເພື່ອຍູ້ແຮງການພັດທະນາການສຶກສາ ແລະ ກິລາ ແລະ ເຂົ້າຮ່ວມການປະຕິບັດສິດ ແລະ ພັນທະຕໍ່ການສຶກສາ ແລະ ກິລາ ຍັງເຮັດບໍ່ໄດ້ດີ ແລະ ເລິກເຊິ່ງເທົ່າທີ່ຄວນ.

Related Posts

Leave a Reply

Your email address will not be published. Required fields are marked *