News

ເກັ່ງແທ້! ນ້ອງອິນເຕີ ດາລາລຸ້ນນ້ອຍໄວພຽງ 9 ປີ ຄວາມສາມາດບໍ່ທຳມະດາ ມີເງິນເກັບຫຼາຍປານເສົາຫລັກຂອງບ້ານ ພໍ່ແມ່ສູດພູມໃຈ

ໃຜໆກໍຕ່າງຍົກຍ້ອງຊື່ນຊົມ ໃນຄວາມສາມາດຂອງລາວ ນອກຈາກນັ້ນແລ້ວ ເລື່ອງການຮຽນກໍບໍ່ນ້ອຍຫນ້າໃຜ ນ້ອງອິນເຕີ ຍັງຕັ້ງຫນ້າຮໍ່າຮຽນ ຈົນໄດ້ຮັບໃບຍ້ອງຍໍຈາກທາງໂຮງຮຽນ ນ້ອງຍັງເລົ່າອີກວ່າ.

ເວລາເບິ່ງບົດເພື່ອສະແດງນັ້ນ ແມ່ຈະເປັນຄົນອ່ານໃຫ້ຟັງກ່ອນ ແລ້ວນ້ອງກໍອາໄສການຈື່ຈຳຂອງຕົນເອງ ເພື່ຶອຖ່າຍທອດບົດນັ້ນອອກມາ ສາມາດເວົ້າໄດ້ວ່າເກັ່ງຫລາຍໆ ແລ້ວສິ່ງທີ່ເຮັດໃຫ້ທຸກຄົນຊື່ນຊົມນ້ອງອີກ ຄືນ້ອງໄດ້ຊື້ລົດໃຫຍ່ ໃຫ້ກັບຄອບຄົວ ພໍ່ຂອງນ້ອງໄດ້ເວົ້າວ່າ.

ເນື່ອງຈາກຄອບຄົວຂອງພວກເຮົາຮູ້ຈັກອົດອອມ ຍ້ອນເຫັນວ່າມັນເຫມາະສົມກັບຄົນໃນຄອບຄົວ ໄວ້ໃຊ້ເພື່ອໄປຮັບໄປສົ່ງນ້ອງໄປໂຮງຮຽນ ແລະເວລາໄປທ່ຽວກໍສະດວກສະບາຍ ສຳຫລັບນ້ອງເບິ່ງແລ້ວເຫັນວ່າມີຄວາມສຸກດີ ຍ້ອນວ່າໄດ້ເຮັດໃຫ້ພໍ່ແມ່ນັ້ນສຸກສະບາຍ ນອກຈາກນັ້ນຍັງມີທືນທີ່ເກັບໄວ້ເຖິງ7ຫລັກ ໄວ້ເພື່ອອະນາຄົດ.

ສ່ວນນ້ອງຊາຍ ນ້ອງອິນເຕີເປັນຄົນຈ່າຍຄ່າເທີມໃຫ້ທັງຫມົດ ແລະຮັກນ້ອງຫລາຍໆ ແຕ່ຍ້ອນຄວາມທີ່ຍັງເປັນເດັກນ້ອຍຢູ່ ບາງສິ່ງບາງຢ່າງກໍຍັງມັກຄັດ ມັກຄຽດແດ່ ເຖິງຢ່າງໃດນັ້ນ ໃນຊ່ວງເວລານີ້.

ເຂົ້າໃຈແລ້ວວ່າເຮົາມີໂອກາດຫລາຍກວ່າຄົນອື່ນໆ ຕັ້ງເອິກຕັ້ງໃຈໄວ້ວ່າຈະເກັບທືນ ເພື່ອສົ່ງໃຫ້ນ້ອງໄດ້ຮຽນສູງໆ ແລະກໍເພື່ອໃນອະນາຄົດເຮົາຈະໄດ້ສະບາຍກັນທັງຄອບຄົວ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button