ເກີດນ້ຳຖ້ວມຄັ້ງໃຫຍ່ຢູ່ກຳປູເຈຍ ມີຜູ້ເສຍຊີວິດ40ກ່າວຄົນ.

ຕາມຂ່າວຈາກ ພະນົມເປັນ,ວັນທີ1ພະຈິກ,ນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ ຜະເຊີນກັບ ຝົນຕົກໜັກ ຢ່າງຕໍ່ເນື່ອງ ຕັ້ງແຕ່ເດືອນແລ້ວ ສົ່ງຜົນໃຫ້ ລະດັບນ້ຳໃນແມ່ນ້ຳ ຫລາຍສາຍ ສູງຂຶ້ນ ຈົນຫລົ້ນ ແຄມຝັ່ງ ໄຫລເຂົ້າຖ້ວມ ເຮືອນປະຊາຊົນ ໃນເບື້ອງຕົ້ນ ມີລາຍງານ ຜູ້ເສຍຊີວິດ 40ກວ່າຄົນ ທັງໃນພະນົມເປັນ ແລະ ອີກຫລາຍແຂວງ ລວມທັງ ແຂວງບັນເຕຍ.

ມຽນເຈຍ,ແຂວງພຣະຕະບອງ ແລະ ແຂວງກຳປົງຖົມ.ຂະນະທີ່ ເຮືອນປະຊາຊົນ 160.000ກວ່າຫລັງ ຈົມຢູ່ໃຕ້ລະດັບ ນ້ຳຖ້ວມສູງ ສ້າງຄວາມເດືອນຮ້ອນ ໃຫ້ປະຊາຊົນ 800.000 ກວ່າຄົນ ຖືວ່າ ເປັນເຫດການນ້ຳຖ້ວມ ຄັ້ງໃຫຍ່ ເມື່ອທຽບໃສ່ ປີຜ່ານມາ ເຊິ່ງມີຜູ້ເສຍຊີວິດ 30ຄົນ ຈາກນ້ຳຖ້ວມ ກະທັນຫັນ ແລະ ມີຜູ້ເສຍຊີວິດອີກ ຢ່າງໜ້ອຍ 8ຄົນ ຈາກພາຍຸ ມໍລະສຸມ ອີກຄັ້ງ.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ | ຂປລ