
ຢ່າຟ້າວ ເລື່ອນຜ່ານເດີພີ່ນ້ອງ.
ເລື່ອງ ມີຢູ່ວ່າ ມີທ້າວ ວິໄລ ຟອງນ້ອຍ ບ້ານເກີດ ບ້ານຜາລຽບ ເມືອງປາກລາຍ ແຂວງໄຊຍະບູລີ (ພໍ່ຊື່ຄຸນ, ແມ່ຊື່ຊຸນ )ມາເຮັດວຽກເປັນກຳມະກອນ ຢູ່ທາງດ່ວນ-ທາງລົດໄຟ ຢູ່ບ້ານນາງ່າ ເມືອງ ນາຊາຍທອງ.

ຈຸດປະສົງ ຜູ້ກ່ຽວຍ່າງເມືອບ້ານຍ້ອນຕົກງານ ບໍ່ມີເງີນ ຈື່ງຍ່າງມາຕາມທາງ ເພື່ອຈະກັບເມືອໄຊຍະບູລີ ພໍມາຮອດຈຸດກວດກາໂຄວິດ-19 ທີ່ໝວດ ຂອງພວກເຮົາ ຊາຍແດນ.

ເມືອງສັງທອງຕໍ່ໃສ່ເມືອງໂພນໂຮງ ຈື່ງໄດ້ສອບຖາມຂໍ້ມູນ ນຳທ້າວວິໄລ( ພວກເຮົາ ກະມີນ້ຳໃຈ ເລັກໆ ໜ້ອຍໆ ແຕ່ງຫໍ່ເຂົ້າ ຫໍ່ນ້ຳ ໃຫ້ເພື່ອກີນນຳທາງ)

ຖ້າຜູ້ໃດ ພົບເຫັນ ຕາມທາງ ກະຊ່ວຍເຫຼືອລາວແນ່ ຫຼື ຖ້າໄດ້ໄປ ເສັ້ນທາງດຽວກັບລາວ ກະໃຫ້ລາວຕິດລົດໄປແນ່ )

ກົດແຊ ໃຫ້ແນ່ເດີ ເພື່ອພີ່ນ້ອງລາວ ພົບເຫັນ.

#ຄົນລາວຄົນມີນ້ຳໃຈບໍ່ຖີ້ມກັນ😊
