News

ສາວຄົນນີ້ເຕືອນ! ຢ່າປວດໃຈນໍາຂອງຖືກທາງອອນລາຍ ບໍ່ດັ່ງນັ້ນຊິຕື່ນຕອນໄດ້ຮັບເຄື່ອງ

ເປັນໄປສູ່ແນວນໍ້ ຄົນທຸກມື້ນີ້ ໂດຍສະເພາະຄົນຊື້ຂາຍເຄື່ອງອອນລາຍ ບາງຄົນກໍ່ປະຈານລູກຄ້າ ໄດ້ເຄື່ອງລະບໍ່ໂອນເງິນ ຫຼື ເອບເຄື່ອງແຕ່ບໍ່ໂອນ ບາງຄົນກໍ່ປະຈານແມ່ຄ້າ ໂອນເງິນໃຫ້ແຕ່ບໍ່ສົ່ງເຄື່ອງແທ້ ແລະ ອີກຫຼາຍໆຢ່າງ.

ເຊິ່ງແອັດເຊື່ອວ່າຫຼາຍຄົນກໍ່ຈະພົບເຫັນໂພສປະມານນີ້ຢູ່ໃນເຟສບຸກເລື້ອຍໆ ລູກຄ້າ ແມ່ຄ້າ ຜັດປ່ຽນກັນປະຈານກັນ ມີມາໃຫ້ຊາວເນັດໄດ້ເຜືອກນໍາຢູ່ບໍ່ເຊົາ.

ຫຼ້າສຸດ ມາອີກກໍລະນີ ສັ່ງກ່ອງຊຸ່ມລາຄາຖືກໄປ ແຕ່ເຄື່ອງທີ່ໄດ້ມາບໍ່ຕົງປົກ ເປັະຂະໜົມເອວເຊ່ພຽງຫໍ່ດຽວ.

ໂດຍຜູ້ທີ່ພົບເຫດການນີ້ໄດ້ໂພສເລື່ອງລາວໄວ້ວ່າ: ພໍແຕ່ເປີດກ້ອງມາກູ່ຫົວຈົນໄສຈີຂາດເລີຍ5555+ຈັງແມ່ນຊາດແທ້ລະຈື່ໄວ້ເດີ ທຄ ຍ່າເຫັນແກ່ຂ້ອງຖືກລາຍ ມາຊຸມເອ່ວເຊວ່າຊ້ານ ເຊີໄພ້ຄັ່ງແລກໃນຊີວີດ ທີໜ້າຕືນເຕັ້ນທີສຸດໃນໂລກ.

ແນວໃດກໍ່ຕາມຝາກເຕືອນຜູ້ມັກສັ່ງຊື້ເຄື່ອງອອນລາຍທັງຫຼາຍ ຈະຊື້ເຄື່ອງນໍາໃຜ ຮ້ານໃດ ຢ່າລືມເຊັກເບິ່ງຣີວິວຂອງຮ້ານນັ້ນແນ່ເດີ້ ເຕືອນດ້ວຍຄວາມຫວັງດີ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button