🔈 ຈາກຜູ້ໃຊ້ FB ທີ່ມີຊື່ວ່າ Mai Duangphachanh ໄດ້Postເຫດການດືງສາຍຄໍວ່າ:

ໄດ້ເກີດເຫດຄົນຮ້າຍມາດືງສາຍຄໍຕົນເອງ ໃນຂະນະທີ່ຜູ້ກ່ຽວໄປຊື້ເຄື່ອງຢູ່ຮ້ານເຂດ 3 ແຍກ ຫໍພັກຊີເກມ ເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ຄົນຮ້າຍໃສ່ເສື້ອລາຍດອກ ໃສ່ຜ້າອັດປາກໄດ້ເຂົ້າມາດ້ານຫລັງໂດຍ ຜູ້ເສຍຫາຍຍັງ ບໍ່ທັນໄດ້ລະວັງຕົວ ຫລັງຈາກດືງສາຍຄໍໄດ້ແລ້ວ ຄົນຮ້າຍໄດ້ຂັບຂີ່ລົດຈັກເວບ 100 ຫນີໄປ.
ເຊີ່ງສາຍຄໍທີຄົນຮ້າຍດືງໄປໄດ້ພຽງຫນ້ອຍດຽວ ສ່ວນທີ່ເຫລືອງຂາດແລ້ວຕົກຢູ່ບໍລິເວນເກີດເຫດ ເຫດການທີ່ເກີດຂື້ນກ້ອງວົງຈອນປິດ ຢູ່ຮ້ານສາມາດບັນທືກໄດ້.

ສະນັ້ນ ຂໍໃຫ້ທຸກທ່ານຈົ່ງມີສະຕິຮັກສາຊັບສິນຂອງຕົນເອງໃຫ້ດີ.
ຊົມຄລີບ.
ຂໍ້ມູນ:Mai Duangphachanh