ຂໍຂອບໃຈນໍ້າໃຈຂອງບໍລິສັດ Phomsoupha & Son Law ທີ່ປະກາດໃຫ້ການຊ່ວຍເຫລືອແມ່ເຖົ້າ ໃນວັນທີ່ແມ່ເຖົ້າໝົດຫົນທາງ.

ຈາກການໄປພົບກັບບໍລິສັດໃນຄັ້ງນີ້ ແລະບວກໃສ່ແຮງກຳລັງໃຈຈາກສັງຄົມ ແລະພີ່ນ້ອງ ເຮັດໃຫ້ແມ່ເຖົ້າມີກຳລັງໃຈທີ່ຈະສູ້ຕໍ່ໄປ.
ຂໍຂອບໃຈເອ້ໆສຳລັບທຸກກຳລັງໃຈຈາກສັງຄົມ, ພີ່ນ້ອງ ແລະນໍ້າໃຈຄິດຢາກຊ່ວຍເຫລືອແມ່ເຖົ້າຈາກບໍລິສັດ ພົມສຸພາ.
ມີຄວາມຄືບໜ້າແນວໃດ ແມ່ເຖົ້າຈະອອກມາອັບເດດອີກຄັ້ງ🙏

Update❗️: ວັນຈັນທີ 30 ສິງຫາ 2021 ບໍລິສັດກົດໝາຍ ພົມສຸພາແອນຊັນ ຈຳກັດ ໄດ້ສົ່ງລົດໄປຮັບແມ່ຕູ້ບົວຊ້ອຍເຂົ້າມາໂອ້ລົມ ແລະ ປຶກສາ ກ່ຽວກັບປະເດນກົດໝາຍທີ່ກ່ຽວຂ້ອງກັບຄະດີຄວາມຂອງແມ່ຕູ້.

ໃນການພົບກັນຄັ້ງນີ້ ແມ່ຕູ້ບົວຊ້ອຍ ໄດ້ມອບເອກະສານ, ຫຼັກຖານ, ຄຳຕັດສິນຂອງສານ ແລະ ເອກະສານອື່ນໆ.

ໃຫ້ທາງທີມທະນາຍຄວາມຂອງພວກເຮົາສຶກສາເພິ່ມເຕີມ.
ທີ່ມາ.
