ແຊຣ໌ຕໍ່ໆ ບໍລິສັດ​ ພີເອັສ (PS) ຈະກັບມາເປີດອີກຄັ້ງ ເພື່ອຫາເງິນຄືນໃຫ້ສະມາຊິກທຸກຄົນ

ສຳລັບຜູ້ເປັນສະມາຊິກ ບໍລິສັດ ພິເອັສ ໃນຂອບເຂດທົ່ວປະເທດ.

ເນື່ອງຈາກເຫດການມີສະມາຊິກ ຂອງບໍລິສັດ ພິເອັສເອງ ໄດ້ໄປກໍ່ເຫດ ປະທ້ວງໃນຄັ້ງວັນທີ 11-12/09/2017 ຈີ່ງເຮັດໃຫ້ ປະທານ ແລະ ຄະນະບໍລິຫານ ຂອງບໍລິສັດ ພິເອັສ ແລະ ສະມາຊິກຈຳນວນ ໝື່ງຖືກຈັບຕົວໄປດຳເນີນຄະດີ ໃນຄັ້ງວັນທີ 12/09/2017. ເຊີ່ງຄະດີດັ່ງກ່າວໄດ້ຕັດສິນເປັນທີ່ຮຽບຮ້ອຍແລະໃຊ້ໄດ້ຢ່າງເດັດຂາດໃນທາງກົດໝາຍແລ້ວ.

ແຕ່ດ້ວຍເຫດຜົນທີ່ວ່າຜ່ານໄລຍະ 4 ປີມານີ້ດ້ວຍການດຳເນີນຂອງສະມາຊີກທີ່ໄດ້ຮ້ອງຟ້ອງ ສ່ວນໜ້ອຍຈຳນວນ 33. 376 ຄົນ ຈີ່ງເຮັດໃຫ້ສະມາຊິກພວກເຮົາທຸກຄົນຕ້ອງອັບປະໂຫຍດໄດ້ຮັບຄວາມເດືອດຮ້ອນມາຕະຫຼອດ 4 ປີບໍ່ໄດ້ຮັບການແກ້ໄຂ. ບໍລິສັດກໍ່ຖືກປິດ ເກີດເປັນປ່າຮ້າງ ໂຮງຈັກໂຮງງານຖືກເປເພເສຍຫາຍ.

ຍີ່ງແກ່ຍາວໄປເທົ່າໃດການທີ່ສະມາຊິກຈະໄດ້ເງີນຄືນຍີ່ງມີເປີເຊັນໜ້ອຍໄປເທົ່ານັ້ນ. ດ້ວຍແນວທາງອັນຖືກຕ້ອງຂອງພັກ- ລັດ ເມື່ອເລື່ອງເກີດຂື້ນຍ້ອນສະມາຊີກກໍ່ຕ້ອງຖືກແກ້ໄຂປົດລັອກດ້ວຍສະມາຊິກກັນເອງ.

ດ້ວຍເຫດນັ້ນ. ເມື່ອສະມາຊິກຜູ້ຮ້ອງຟ້ອງມີພຽງ 33.376 ຄົນ. ແຕ່ສະມາຊິກຜູ້ບໍ່ໄດ້ຮ້ອງຟ້ອງແມ່ນມີຫຼາຍກ່ວາຄື 37.207 ຄົນ.ຈີ່ງມີເຫດຜົນພຽງພໍທີ່ຈະມາປົດລັອກເລື່ອງນີ້ໄດ້ດ້ວຍການຂໍຄໍ້າປະກັນປະທານ ແລະ ຄະນະບໍລິຫານ ບໍລິສັດ ພິເອັສ ໃຫ້ອອກມາຟື້ນຟູ ບໍລິສັດ ດຳເນີນທຸລະກິດ ຕໍ່ເພື່ອຫາເງິນມາໃຊ້ແທນ ສະມາຊິກ ທັງໝົດນັບທັງຜູ້ບໍ່ໄດ້ຮ້ອງຟ້ອງ ແລະ ຜູ້ຮ້ອງຟ້ອງ. ສະມາຊິກທຸກຄົນຈີ່ງຈະມີໂອກາດໄດ້ເງີນຕົນເອງຄືນ. ແລະ ເລື່ອງຈີ່ງຈະຈົບບໍ່ເປັນບັນຫາຫຍຸ້ງຍາກໃຫ້ຂັ້ນເທີງອີກຕໍ່ໄປ.

ຜົນການຮ້ອງຂໍ ຄ້ຳປະກັນກຳລັງໄດ້ຮັບການຄົ້ນຄ້ວາພິຈາລະນາ ໃຫ້ຄວາມເປັນທຳຈາກຂັ້ນເທີງ ດັ່ງແຈ້ງການທີ່ໄດ້ໂຜດ ລົງໃນນີ້ ສ່ວນຂັ້ນຕອນຕໍ່ໄປຈະເປັນແນວໃດເມື່ອຜົນອອກມາແລ້ວຈີ່ງແຈ້ງໃຫ້ທຸກຄົນຊາບຕາມພາຍຫລັງ

ດັ່ງນັ້ນ: ຈີ່ງໄດ້ໂຜດແຈ້ງການນີ້ໃຫ້ ສະມາຊິກ ພິເອັສທັງໝົດ ໃນຂອບເຂດທົ່ວປະເທດ ໄດ້ຮັບຊາບທົ່ວເຖີງກັນ.

ໃບ​ແຈ້ງການ.

ທີ່ມາ.

Related Posts

Leave a Reply

Your email address will not be published. Required fields are marked *