ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງບັນດານັກສຶກສາລາວ ທີ່ໄດ້ໄປຮຽນຢູ່ຕ່າງປະເທດ (ສສ. ຫວຽດນາມ ແລະ ສປ. ຈີນ) ພາຍໃຕ້ທຶນແລກປ່ຽນຂອງ ມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ເນື່ອງຈາກສະພາບການແຜ່ລະບາດ .

ຂອງພະຍາດໂຄວິດ-19 ຈຶ່ງສົ່ງຜົນໃຫ້ ບັນດານັກສຶກສາລາວ ທີ່ເດີນທາງກັບມາ ສປປ ລາວ ໃນໄລຍະພັກແລ້ງ ບໍ່ສາມາດເດີນທາງກັບຄືນໄປສືບຕໍ່ການຮຽນຂອງຕົນໄດ້, ຈຶ່ງໃຫ້ບັນດານັກສຶກສາ ລົງທະບຽນແຈ້ງຂໍ້ມູນຂອງຕົນ ໃຫ້ແກ່ ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ .

(ຕື່ມຂໍ້ມູນໃສ່ແບບຟອມອອນລາຍ), ກຳນົດປິດລົງທະບຽນ ພາຍໃນວັນທີ 18 ສິງຫາ 2021. ເນື່ອງຈາກ ທາງມະຫາວິທະຍາໄລແຫ່ງຊາດ ຈະຊອກຫາທິດທາງໃນການແກ້ໄຂບັນຫາດັ່ງກ່າວ ຊວ່ຍນັກສຶກສາ; ສຳລັບລາຍລະອຽດແບບຟອມການຕື່ມຂໍ້ມູນ ສາມາດຄິກເຂົ້າລິ້ງດ້ານລຸ່ມນີ້:

– ແບບຟອມສຳລັບນັກສຶກສາທີ່ໄປສຶກສາ ຢູ່ທີ່ ສສ. ຫວຽດນາມ: Form for Lao Student to Vietnam
– ແບບຟອມສຳລັບນັກສຶກສາທີ່ໄປສຶກສາ ຢູ່ທີ່ ສປ. ຈີນ: Form for Lao Students to China