ຍີ່ປຸ່ນ ປະກອບສ່ວນ 50 ລ້ານໂດລາ ເຂົ້າໃນການສ້າງຕັ້ງສູນອາຊຽນ

ຍີ່ປຸ່ນ ປະກອບສ່ວນ 50 ລ້ານໂດລາ ເຂົ້າໃນການສ້າງຕັ້ງສູນອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນຂະແໜງສາທາລະນະສຸກ ແລະ ພະຍາດລະບາດ.

ໃນໂອກາດທີ່ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີປຸ່ນ ຄັ້ງທີ 24 ໃນວັນທີ 27 ຕຸລາ 2021 ກອງປະຊຸມໄດ້ຕີລາຄາສູງຕໍ່ການຮ່ວມມືອາຊຽນ-ຍີ່ປຸ່ນ, ເຊິ່ງໄດ້ຮັບຜົນສໍາເລັດທີ່ສຳຄັນຫລາຍດ້ານ.

ຜູ້ນຳອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນຂອງຍີ່ປຸ່ນ, ໂດຍສະເພາະການຊ່ວຍເຫລືອໃນດ້ານການພັດທະນາຊັບພະຍາກອນມະນຸດ, ການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ແລະ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 4 ກໍຄື ການຊ່ວຍເຫລືອ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19,

ໂດຍສະເພາະການປະກອບສ່ວນຂອງຍີ່ປຸ່ນ ເຂົ້າໃນກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະ ຍາດໂຄວິດ-19 ຈໍານວນ 1 ລ້ານໂດລາສະຫະລັດ ແລະ 50 ລ້ານໂດລາສະຫະລັດ ໃນການສ້າງຕັ້ງສູນອາຊຽນ ວ່າດ້ວຍການຊ່ວຍເຫລືອສຸກເສີນຂະແໜງສາທາລະນະສຸກ ແລະ ພະຍາດລະບາດ,

ກໍຄືການສະໜອງວັດຖຸອຸປະກອນທາງການແພດ ແລະ ສະໜອງວັກຊິນ ໃຫ້ແກ່ປະເທດສະມາຊິກອາຊຽນ ຍີ່ປຸ່ນ ໄດ້ສືບຕໍ່ໃຫ້ຄຳໝາຍໝັ້ນທີ່ຈະໃຫ້ການຊ່ວຍເຫລືອອາຊຽນ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ການຟື້ນຟູລະບົບເສດຖະກິດຫລັງໂຄວິດ-19,

ສືບຕໍ່ເພີ່ມທະວີການຮ່ວມມືໃນການສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ, ການຫັນເປັນດິຈິຕອນ, ການຊ່ວຍເຫລືອດ້ານການພັດທະນາຊັບພະຍາກອນມະນຸດ, ນະວັດຕະກຳແລະ ອື່ນໆ.

Related Posts

Leave a Reply

Your email address will not be published. Required fields are marked *