ແຈ້ງປິດດ່ວນ! ຕະຫຼາດສວນມອນ ເນື່ອງຈາກມີຊາວຄ້າຂາຍ ຕິດເຊື້ອໂຄວິດ-19 ! ຄະນະສະເພາະກິດ ເມືອງສີສັດຕະນາກ ແຈ້ງຂໍຄວາມຮ່ວມມືມາຍັງຜູ້ອໍານວຍການ (ເຈົ້າຂອງຕະຫລາດ) ສວນມອນ ທີ່ຕັ້ງຢູ່ ບ້ານສວນມອນ ເມືອງ ສີສັດຕະນາກ ໃຫ້ໂຈະຊົ່ວຄາວກ່ຽວກັບການເປີດບໍລິການຕະຫລາດ, ເນື່ອງຈາກວ່າຢູ່ພາຍໃນຕະຫລາດຂອງທ່ານໄດ້ເກີດມີກໍລະນີຜູ້ຕິດເຊື້ອພະຍາດ COVID-19 ຂອງຊາວຄ້າຂາຍຫລາຍຄົນທີ່ຄ້າຍຂາຍ ໃນຕະຫລາດຂອງທ່ານ
ພ້ອມໃຫ້ປະຕິບັດຕາມມາດຕະການດັ່ງຕໍ່ໄປນີ້:

1. ໃຫ້ໂຈະຊົ່ວຄາວກ່ຽວກັບການເປີດບໍລິການຕະຫລາດແຕ່ວັນທີ 25 ຕຸລາ 2021 ເປັນຕົ້ນໄປຈົນກວ່າຈະມີແຈ້ງການປ່ຽນແປງ
2. ໃຫ້ສຶບຄົ້ນຫາຜູ້ຕິດເຊື້ອ ແລະ ຜູ້ສໍາພັດໃກ້ສິດທີ່ມາຄ້າຂາຍຢູ່ພາຍໃນຕະຫລາດໂດຍໄວ, ພ້ອມທັງໃຫ້ຜູ້ທີ່ ສຳພັດໃກ້ສິດ (C1) ໄປກວດຫາເຊື້ອພະຍາດ COVID-19 ຢູ່ທີ່ສະຖານທີ່ກວດທີ່ທາງການໄດ້ກຳນົດໄວ້
3. ໃຫ້ແຈ້ງປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂດຍດ່ວນຕໍ່ເຈົ້າໜ້າທີ່ທີມງານລະບາດວິທະຍາຫ້ອງການສາທາລະນະສຸກເມືອງກໍ່ຄືພະແນກສາທາລະນະສຸກນະຄອນຫຼວງວຽງຈັນໂດຍດ່ວນ
4. ໃຫ້ດໍາເນີນການສີດຜົ່ນຍາຂ້າເຊື້ອ, ເຮັດອານາໄມຄວາມສະອາດ ໃນທົ່ວບໍລິເວນຕະຫລາດ ແລະ ຈຸດຂາຍ
5. ໃຫ້ຈຳກັດບໍລິເວນເວລາ 14 ວັນ ຊາວຄ້າຂາຍທີ່ສຳພັດກັບຜູ້ຕິດເຊື້ອ C1 ແລະ ຜູ້ຢູ່ໃນກຸ່ມສ່ຽງ C2.
