ອີງຕາມການລາຍງານຂອງຄະນະສະເພາະກິດ ປະຈຳວັນທີ 30 ສິງຫາ 2021 ໃຫ້ຮູ້ວ່າ: ແຂວງ ສະຫວັນນະເຂດ ມີຜູ້ເສຍຊີວິດເພີ່ມຈຳນວນ 2 ຄົນ ເຊີ່ງ ຜູ້ທີ່ທຳອິດ ແມ່ນ ເພດຊາຍ ອາຍຸ 33 ປີ ຢູ່ ບ້ານຕາກແດດ ເມືອງໄຊພູທອງ ແຂວງ ສະຫວັນນະເຂດ.

ແລະ ເປັນນັກໂທດຢູ່ຄຸກຄຸມຂັງ ເສຍຊີວິດ ວັນທີ 29 ສິງຫາ 2021. ສ່ວນຜູ້ທີ່ 2 ເພດຍິງ ອາຍຸ 74 ປີ ອາຊີບແມ່ເຮືອນ ມີພະຍາດປະຈຳຕົວ (ຄວາມດັນ) ເສຍຊີວິດ 29 ສິງຫາ 2021.

ສະແດງຄວາມເສຍໃຈ ກັບຄອບຄົວຜູ້ເສຍຊີວິດດ້ວຍ.
