ກົດຫົວໃຈໃຫ້ແດ່ເດີ ແລະ ແຊ ໃຫ້ກຳລັງໃຈ ນັກຮົບຊຸດຂາວແນ່

“ຄຳຂໍຈາກແພດໝໍ ທີ່ເຮັດວຽກໜັກມາເກືອບ 2 ປີແລ້ວພະນັກງານແພດວິເຄາະແມ່ນໜຶ່ງໃນໜ່ວຍງານທີ່ຮັບມືກັບການລະບາດພະຍາດໂຄວິດ-19 ໜັກໜ່ວງທີ່ສຸດ”

+ ສປປ ລາວ ໄດ້ເອົາໃຈໃສ່ໃນການກວດຫາເຊື້ອນັບຕັ້ງແຕ່ໄລຍະເລີ່ມຕົ້ນຂອງການລະບາດຢູ່ ສປປ ລາວ ໃນປີ 2020, ມາຮອດປັດຈຸບັນ, ທຸກແຂວງທົ່ວປະເທດ ມີຄວາມສາມາດກວດຊອກຫາເຊື້ອໄດ້ດ້ວຍວິທີວິເຄາະທີ່ໄດ້ມາດຕະຖານສາກົນ.

+ ຮອດວັນທີ 22 ຕຸລາ 2021, ສປປ ລາວ ໄດ້ເກັບ ແລະ ກວດຕົວຢ່າງທັງໝົດ 702.402 ຕົວຢ່າງ ເຊິ່ງມາຈາກບຸກຄົນທົ່ວໄປ 503.947 ຕົວຢ່າງ, ແຮງງານ 198.455 ຕົວຢ່າງ ເຊິ່ງໃນນີ້ມີ 34.018 ຕົວຢ່າງທີ່ໃຫ້ຜົນບວກ.

+ ການເກັບ ແລະ ກວດຕົວຢ່າງແມ່ນມີມູນຄ່າມະຫາສານ ແລະ ຈຸດທີ່ສຳຄັນຫຼາຍກໍຄື ໜ້າທີ່ດັ່ງກ່າວຕ້ອງໄດ້ອາໄສເຫື່ອແຮງຂອງບຸກຄະລາກອນທີ່ມີຢ່າງຈຳກັດ ທີ່ໄດ້ເຮັດວຽກໜັກຕໍ່ເນື່ອງກັນເປັນເວລາເກືອບ 2 ປີ, ທ່ານສາມາດຊ່ວຍພວກເຮົາໄດ້ດ້ວຍການຢູ່ເຮືອນ ແລະ ບໍ່ເອົາຕົນເອງໄປຢູ່ບ່ອນສ່ຽງໃນໄລຍະທີ່ມີການລະບາດໃນຊຸມຊົນ.

+ ພວກເຮົາທຸກຄົນຕ້ອງເຂົ້າໃຈນຳກັນວ່າ ເຮົາຈະຄວບຄຸມການລະບາດໄດ້ກໍຕໍ່ເມື່ອທຸກຄົນຮ່ວມມືກັນປະຕິບັດມາດຕະການທາງສາທາລະນະສຸກ ແລະ ມາດຕະການທາງສັງຄົມ, ໝາຍຄວາມວ່າທ່ານຕ້ອງປ້ອງກັນຕົນເອງ ແລະ ປະຕິບັດມາດຕະການທີ່ທາງແພດ-ໝໍແນະນຳໃຫ້ເຄັ່ງຄັດ ແລະ ປະຕິບັດມາດຕະການທາງສັງຄົມທີ່ມີການປັບປຸງເປັນແຕ່ລະໄລຍະຕາມສະພາບຂອງການລະບາດ.

+ ເຫດຜົນທີ່ຕ້ອງເຮັດໃຫ້ພ້ອມພຽງກັນແມ່ນ ຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງໜຶ່ງຄົນສາມາດເປັນຈຸດເລີ່ມຕົ້ນໃຫ້ມີການລະບາດເປັນວົງກ້ວາງໄດ້ໃນໄລຍະເວລາອັນສັ້ນ ແລະ ຜູ້ຕິດເຊື້ອສ່ວນຫຼາຍກໍບໍ່ສະແດງອາການເຊິ່ງທ່ານສາມາດຕິດເຊື້ອໄດ້ແບບບໍ່ຮູ້ໂຕ ແລະ ແຜ່ໄປໃຫ້ຄົນອື່ນຕໍ່.

+ ຂໍໃຫ້ທ່ານເຂົ້າໃຈວ່າການກວດຫາເຊື້ອພະຍາດພຽງຢ່າງດຽວຈະບໍ່ສາມາດຄວບຄຸມການລະບາດໄດ້ ພວກເຮົາທຸກຄົນຕ້ອງເຮັດທຸກຢ່າງຄວບຄູ່ກັນໃຫ້ມີປະສິດທິພາບທີ່ສຸດ.

Related Posts

Leave a Reply

Your email address will not be published. Required fields are marked *