ກວດຢຶດຢາເສບຕິດຄັ້ງໃຫຍ່ນອກແຄມຝັ່ງປອກຕຸຍການ

ກວດຢຶດຢາເສບຕິດຄັ້ງໃຫຍ່ນອກແຄມຝັ່ງປອກຕຸຍການ

ຂປລ.ສຳນັກ​ຂ່າວ ຣອຍ​ເຕີ,ວັນ​ທີ19​ຕຸລາ2021,​ເຈົ້າໜ້າ​ທີ່​ ຕຳຫລວດ​ ປອກຕຸຍ​ການ ​ແລະ ​ແອັດ​ສະ​ປາຍ ຮ່ວມ​ມື​ກັນ ​ກວດ​ຢຶດ ຢາ​ເສດ​ຕິດ ​ປະ​ເພດ ​ໂຄ​ເຄນ ມີ​ນ້ຳໜັກ​ທັງ​ໝົດ 5,2​ໂຕນ

ຈາກ​ເຮືອ​ໃບ​ ຢູ່ກາງ​ມະຫາ​ສະມຸດ Atlantic ຫ່າງຈາກ​ແຄມ​ຝັ່ງ ປະເທດ ​ປອກຕຸຍ​ການ ປະມານ550​ກິ​ໂລ​ແມັດ ພ້ອມ​ດ້ວຍ ຈັບ​ຜູ້​ຕ້ອງ​ຫາ​ອີກ 3ຄົນ ຖື​ວ່າ​ ເປັນການກວດ​ຢຶດ ຢາ​ເສບ​ຕິດ ຄັ້ງ​ໃຫຍ່​ສຸດ ​ໃນ​ຮອບ15​ປີຜ່ານມາ ​ເຊິ່ງຢາ​ເສຍ​ຕິດ​ດັ່ງກ່າວ ບັນຈຸ​ໃນ​ຖົງ​ຜ້າ 183ຖົງ.

ຂະນະ​ນີ້ ​ເຈົ້າໜ້າ​ທີ່ ກ່ຽວ​ຂ້ອງ ພວມ​ສືບສວນ ​ສອບ​ສວນ ​ຕາມ​ຂະ​ບວນການ​ ທາງກົດ​ໝາຍ ຢ່າງ​ເຂັ້ມງວດ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

Related Posts

Leave a Reply

Your email address will not be published. Required fields are marked *