
🔥🔥🔥 ດ່ວນທີ່ສຸດ! ແຂວງຈຳປາສັກ ສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄລຍະແຕ່ວັນທີ 19 ຕຸລາ ຫາ 1 ພະຈິກ 2021 ຢູແຂວງຈຳປາສັກ.
ໃນນີ້, ຫ້າມບຸກຄົນຢູ່ແຂວງຈຳປາສັກ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີນທາງເຂົ້າແຂວງຈຳປາສັກ, ຫ້າມບຸກຄົນເດີນບາງເຂົ້າ-ອອກ ເຂດທີ່ມີການລະບາດໃນຊຸມຊົນ (ເຂດແດງເຂດເຫຼືອງ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດຂັ້ນແຂວງ, ຂັ້ນນະຄອນເມືອງ ແລະ ການຂົນສົ່ງສິນຄ້າ.
ພ້ອມທັງ, ໃຫ້ສືບຕໍ່ໂຈະການບໍລິການລົດຂົນສົ່ງໂດຍສານສາທາລະນະ ລະຫວ່າງແຂວງຕໍ່ແຂວງ ແລະ ໃຫ້ຢຸດຕິການສັນຈອນ ໄປ-ມາ ນັບແຕ່ເວລາ 21:00 ໂມງ ເຖິເວລາ 05:00 ໂມງເຊົ້າຍົກເວັ້ນລົດຂົນສົ່ງສິນຄ້າ.
ແລະ ຫ້າມຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 (C1, C2) ປິດອໍາ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນ ແລະ ຫຼົບໜີການຈຳກັດບໍລິເວນຂອງຕົນ ຢູ່ສະຖານທີ່ຈໍາກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້, ຖ້າມີການປິດອໍາຕົວ ຫຼື ຫຼົບໜີ ແມ່ນຈະຖືກປັບໄໝ ແລະດໍາເນີນຄະດີ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ ລວມທັງໃຫ້ ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂື້ນທັງໝົດ.
ສ່ວນມາດຕະການອຶ່ນໆ ອ່ານເພີ່ມຕື່ມຕາມເອກະສານລຸ່ມນີ້👇🏾👇🏾👇🏾

.

.

.

.

.
