ນຳໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝ ກຸ່ມຄົນຕັ້ງວົງຫຼີ້ນການພະນັນທີ່ຕ້ອງຫ້າມ

*** ນຳໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝ ກຸ່ມຄົນຕັ້ງວົງຫຼີ້ນການພະນັນທີ່ຕ້ອງຫ້າມ ***

ໃນວັນທີ 16 ຕຸລາ 2021, ເຈົ້າໜ້າທີ່ ປກສ ກຸ່ມ ສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ປະສານສົມທົບກັບ ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ສະພັງເມີກ ໄດ້ນຳເອົາກຸ່ມມົ້ວສຸມຫຼີ້ນການພະນັນຕ້ອງຫ້າມ

(ຫຼີ້ນໄພ້) ຢູ່ເຂດບ້ານຄໍາຮຸ່ງ ເມືອງໄຊທານີ ຈໍານວນ 7 ຄົນ, ຍິງ 1 ຄົນ ຄື: 1.ນາງ ສຸມົນທາ ອາຍຸ 33 ປີ, 2.ນາງ ເມະ ອາຍຸ 35 ປີ, 3.ນາງ ເພັດອຸດອນ ອາຍຸ 45 ປີ, 4.ນາງສອນ ອາຍຸ 35 ປີ, 5.ນາງ ໄພວັນ ອາຍຸ 47 ປີ,6.ນາງ ອຸດອນ ອາຍຸ 35 ປີ ແລະ 7. ທ້າວ ສັນ ອາຍຸ 45 ປີ.

ຂຶ້ນມາຫ້ອງການ ປກສ ກຸ່ມ ເພື່ອສຶກສາອົບຮົມກ່າວເຕືອນ ແລະ ນຳໃຊ້ມາດຕະການປັບໃໝຕາມລະບຽບການ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ໃຫ້ເອົາໃຈໃສ່ ປະຕິບັດມາດຕະການຄວບຄຸມການແຜ່ລະບາດພະຍາດໂຄວິດ-19 .

ຢ່າງເຂັ້ມງວດ ເພື່ອຊ່ວຍກັນສະກັດກັ້ນບໍ່ໃຫ້ ແຜ່ລະບາດອອກໄປ ເປັນວົງກວ້າງ ຖ້າພົບເຫັນບັນຫາໃດທີ່ມີຄວາມສ່ຽງ ເຮັດໃຫ້ເກີດປະກົດການຫຍໍ້ທໍ້ ສາມາດແຈ້ງເຂົ້າເບີວອດແອັບ ປກສ ນວ 020 28899774

ຫຼືຜ່ານຊ່ອງທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Related Posts

Leave a Reply

Your email address will not be published. Required fields are marked *