
– ເສັ້ນເລືອດຝອຍຂອງທຸກຄົນອາດມີອາການຕີບຕັນ ເປັນເສັ້ນເລືອດສົກກະປົກ ເກີດຈາກຂີ້ເຫຍື້ອນາໆຊະນິດ ເຊັ່ນ ໄຂມັນ ນ້ຳຕານ ສານເຄມີ ກົດຢູຣິກ ແລະອື່ນໆ ເຮັດໃຫ້ເກີດອາການຕົ້ນເຫດຄື ຄວາມດັນເລືອດສູງ ເລືອດໄຫຼວຽນບໍ່ສະດວກ ແຂນຂາຊາ ກ້າມເນື້ອອ່ອນແຮງ.

– ເພາະຫຼອດເລືອດສົກກະປົກ ເຮັດໃຫ້ຊ່ອງທາງການແລ່ນຂອງເລືອດແຄບລົງ ປາຍເຫດ ຄື ການຊັອກ ໝົດສະຕິ ອຳມະພາດ ຫົວໃຈວາຍ
* ເສັ້ນເລືອດຝອຍຕີບຕັນນັ້ນຕົ້ນເຫດແທ້ໆ ເກີດຈາກການກິນອາຫານປະເພດໄຂມັນ ຂອງຫວານ ການສະສົມສານພິດຕ່າງໆ ແບບບໍ່ຮູ້ຕົວກາຍເປັນຂີ້ເຫຍື້ອພິດໃນຮ່າງກາຍ ຫາກເຮົາຍັງກິນຢູ່ໃຊ້ຊີວິດແບບປະມາດ ອາດເຮັດໃຫ້ເກີດພະຍາດຕ່າງໆ ຢ່າງຮຸນແຣງໄດ້ແບບຄາດບໍ່ເຖິງ ມາປ້ອງກັນໄວ້ກ່ອນດີກວ່າ ດ້ວຍວິທີລ້າງເສັ້ນເລືອດຝອຍໃຫ້ສະອາດແບບທຳມະຊາດບຳບັດທີ່ເຮົານຳມາຝາກ ເລີກທໍລະມານກັບອາການປວດທ້ອງປະຈຳເດືອນ!!

+ ສ່ວນປະສົມ
– ອ້ອຍດຳ ຫຼື ອ້ອຍແດງ 7 ຂໍ້ (ນັບຕາມຂໍ້ທີ່ນູນອອກມາ)
– ໃບເຕີຍ 3 ໃບ.
* ໝາຍເຫດ: ອ້ອຍດຳ ຫຼື ອ້ອຍແດງ ບໍ່ແມ່ນອ້ອຍທີ່ນຳມາຫີບນ້ຳຕານ ຫຼື ອ້ອຍລຳຂຽວໆ ທີ່ຄັ້ນນ້ຳອ້ອຍຂາຍທົ່ວໄປ ອ້ອຍດຳ ຫຼື ອ້ອຍແດງ ເປັນລຳຕົ້ນສີແດງເຂັ້ມຈົນດຳ ທີ່ນິຍົມກິນກັນແບບອ້ອຍຄວັ່ນໃນອະດີດ ປະຈຸບັນນິຍົມປູກໄວ້ໜ້າບ້ານເປັນໄມ້ມົງຄົນ ຫາມາປູກໄວ້ຢູ່ບ້ານໄດ້ງ່າຍໆ ບໍ່ເປືອງເນື້ອທີ່
* ວິທີເຮັດ: ນຳອ້ອຍດຳມາລ້າງໃຫ້ສະອາດ ບໍ່ຕ້ອງປອກເປືອກ ສັບເປັນທ່ອນໆ ໃຊ້ທັງປ້ອງທັງໝົດຂໍ້ 7 ຂໍ້ ຜ່າເປັນຊິ້ນນ້ອຍໆ ຫຼື ຈະທຸບ ຕຳໃຫ້ຂໍ້ແຕກແລ້ວແຕ່ຄວາມສະດວກ ຕື່ມນ້ຳສະອາດພໍທ່ວມອ້ອຍ ໃບເຕີຍ 3 ໃບລ້າງບິດຍ້ອງໃຫ້ຊ້ຳ ແລ້ວໃຊ້ມີດຕັດ ຫຼື ມີດຊອຍເປັນຊິ້ນນ້ອຍໆ ໃສ່ລົງໄປ ພໍນ້ຳເດືອດ ຫຼຸດໄຟລົງປານກາງ ຄ່ຽວຕໍ່ອີກປະມານ 30 ນາທີ ຫ້າມໃສ່ນ້ຳຕານໂດຍເດັດຂາດ ສູດນີ້ປ້ອງກັນອຳມະພຶກ ອຳມະພາດໄດ້ດີ.

(ອ.ສຸດທິວັດ ຄຳພາ ບອກວ່າ ຂະໜາດປ້ອງອ້ອຍທີ່ໄດ້ມາເຮັດແຕ່ລະເທື່ອຈະບໍ່ເທົ່າກັນ ປະລິມານນ້ຳຈຶ່ງບໍ່ເທົ່າກັນ ໃຫ້ໃສ່ນ້ຳພໍທ່ວມອ້ອຍ)
* ແກ້ອາການຕົກຂາວ ເຊື້ອລາໃນຊ່ອງຄອດ ມີກິ່ນເໝັນ ດ້ວຍສິ່ງນີ້!!
ເມື່ອເຮັດສຳເລັດແລ້ວ ນ້ຳທີ່ໄດ້ຈະມີລົດຫວານນ້ອຍໆຈາກອ້ອຍ ມີກິ່ນຫອມຈາກໃບເຕີຍ ຈະດື່ມແບບອຸ່ນຫຼືເຢັນແລ້ວແຕ່ ດື່ມໄດ້ເລື່ອຍໆ ທັງຮ້ອນ ທັງເຢັນ ຕາມຊອບ ໃຫ້ດື່ມເລື້ອຍໆ ຕິດຕໍ່ກັນ ປະມານ 7-10 ມື້ ຫຼືຈົນກວ່າຈະຮູ້ສຶກຕົວເບົາໂລ່ງສະບາຍ ຫຼື ຄວາມດັນເລືອດຫຼຸດລົງ ເມື່ອຮູ້ສຶກອຶດອັດໃຫ້ເຮັດກິນໃໝ່ອີກບໍ່ມີໂທດໃດໆ.

*ສັບພະຄຸນທາງຢາຂອງ ອ້ອຍດຳ
ອ້ອຍແດງ: ຊື່ອື່ນ ອ້ອຍດຳ /ອ້ອຍຕາແດງ /ອ້ອຍຂົມ / Sugar Cane.
-ເປືອກຕົ້ນ: ລົດຫວານຂົມ ແກ້ແຜເນົ່າເປື່ອຍ ລຳຕົ້ນ ກັບ ນ້ຳອ້ອຍ ລົດຫວານຂົມຊຸ່ມ ແກ້ຮ້ອນໃນ ຂັບຍ່ຽວ ຂັບຂີ້ກະເທິ ແກ້ຫືດໄອ ແກ້ອາການປວດຮາກ ແກ້ໄຂ້ ແກ້ຍ່ຽວພິການ ຂັບໜິ່ວ ແກ້ຊ້ຳ ແກ້ທ້ອງຜູກ ບຳລຸງກະເພາະອາຫານ ແກ້ຂັດເບົາ ບຳລຸງທາດ ແກ້ສະເອິ.

*ໃບເຕີຍ ຫຼື ເຕີຍຫອມ
-ໃບເຕີຍ: ລົດຫວານຫອມເຢັນ ບຳລຸງຫົວໃຈ ດັບພິດໄຂ້ ຊູກຳລັງ ກິ່ນຂອງໃບເຕີຍເຮັດໃຫ້ສົດຊື່ນແຈ່ມໃສ…