ເກີດແຜ່ນດິນໄຫວ ຈໍານວນ 1 ຄັ້ງ ໃນບໍລິເວນ ແຂວງ ໄຊຍະບູລິ.
ອີງຕາມການລາຍງານຂອງສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດ ທົ່ວປະເທດ ໄດ້ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນ ປະເທດລາວ ໃນວັນທີ 18 ຕຸລາ 2021 ເວລາ 01:24 ໂມງ ຈໍານວນ 1 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລິ .
ມີຈດສູນກາງເສັ້ນຂະໜານທີ 19.4 ອົງສາ ເໜືອ ແລະ ເສັ້ນແວງທີ 101.7 ອົງສາຕາເວັນອອກ. ຄວາມແຮງສັ່ນສະ ເທືອນວັດແທກໄດ້ 2.4 ຣິກເຕີ ມີຄວາມເລິກຈາກໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບໍລິເວນເມືອງໄຊຍະບູລີ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນໄກຈາກເທສະບານ ເມືອງໄຊຍະບູລີ ປະມານ 22 ກິໂລແມັດ.
ເຫດການແຜ່ນດິນໄຫວດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
