ຄ້າຂາຍ ອອນໄລຜີດກົດໝາຍ

ຄ້າອອນໄລນ໌ບັງຫນ້າ ສຸດທ້າຍໄປບໍ່ລອດ

ພັທ ບຸນມີ ກັນຕິຍາວົງ ຮອງຫົວໜ້າ ກອງບັນຊາການ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ໄດ້ມີຜູ້ນຳໃຊ້ສື່ສັງຄົມອອນລາຍ ອອກຊື່ ນາງ ວັນມະນີສອນ ວັນເບີກບານ ແລະ ນາງ ລັດສະໜີ ຖາວອນ ປະກາດຮັບຊື້-ຂາຍປະເພດລົດຈັກ ມີເອກະສານ ແລະ ບໍ່ມີເອກະສານ ທຸກປະເພດ ຜ່ານທາງເຟສຍຸກ (facebook) ຂອງຜູ້ກ່ຽວ ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຈຶ່ງໄດ້ຈັດຕັ້ງກຳລັງວິຊາສະເພາະ ລົງເຄື່ອນໄຫວຕິດຕາມ ນຳຕົວເປົ້າໝາຍ.

ມາຮອດວັນທີ 27 ສິງຫາ 2021 ເວລາ 19:35 ນາທີ ຈຶ່ງສາມາດກັກຕົວເປົ້າໝາຍທັງ 2 ຄົນໄດ້ ພ້ອມຂອງການລົດຈັກ 2 ຄັນ ຢູ່ທີ່ເຮືອນຂອງພວກກ່ຽວຄື ນາງ ມະນີສອນ ອາຍຸ 21 ບ້ານໜອງຍາວ ແລະ ນາງ ລັດສະເໝີ ອາຍຸ 20 ປີ ບ້ານດົງບອງ ທັງສອງແມ່ນຢູ່ ເມືອງນາຊາຍທອງ ນວ.

ຜ່ານການສອບສວນຂອງເຈົ້າທີ່ ພວກກ່ຽວທັງ 2 ໄດ້ໃຫ້ການຮັບສາລະພາບວ່າ: ຜ່ານມາພວກຕົນໄດ້ເປີດນຳໃຊ້ເຟສບຸກ(facebook) ດັ່ງກ່າວແທ້ ໂດຍຮັບຊື້-ຂາຍລົດຈັກ ມີເອກະສານ ແລະ ບໍ່ມີເອກະສານທຸກປະເພດ ເຊິ່ງໄດ້ຊື້-ຂາຍມາທັງໝົດ 3 ຄັ້ງຄື: ຄັ້ງທີ1 ໃນເດືອນ ເມສາ 2021 ພວກຕົນໄດ້ຊອກຮູບລົດຈັກສະກຸບປີ້ໃນເຟສບຸກ ມາຂາຍເພື່ອຮັບເອົາຄ່ານາຍໜ້າ ຄັ້ງທີ2 ໄດ້ໂພດຂາຍລົດ CPX ໃນລາຄາ 19.000.000 ກີບ (ບໍ່ມີເອກະສານ) ແລະ ຄັ້ງສຸດທ້າຍໄດ້ໂພດຂາຍລົດຄຣິກສີແດງ ໃນລາຄາ 14.000.000 ກີບ ໃນເທື່ອນີ້ ຜູ້ເສຍຫາຍໄດ້ໂອນເງິນມາໃຫ້ພວກຕົນກ່ອນ ແຕ່ພວກຕົນຍັງບໍ່ທັນໄດ້ລົດຄັນດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວກ່ອນ.

ພັທ ບຸນມີ ກັນຕິຍາວົງ ຍັງໃຫ້ຮູ້ເຕີມອີກວ່າ: ການກະທຳດັ່ງກ່າວຂອງພວກກ່ຽວທັງ 2 ແມ່ນເປັນການກະທຳຜິດໂດຍເຈດຕະນາ ເຊິ່ງເຮັດໃຫ້ຊັບສົມບັດຂອງຄົນອື່ນ ໄດ້ຮັບຄວາມເສຍຫາຍ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ ທີ່ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 244 ໃນຖານຊື້-ຂາຍຊັບຢ່າງຜິດກົດໝາຍ(ຊື້-ຂາຍລົດຈັກ) ເຈົ້າໜ້າທີ່ຈິ່ງໄດ້ກັກຕົວພວກກ່ຽວດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຊົມຄຼິບ.

Related Posts

Leave a Reply

Your email address will not be published. Required fields are marked *