ດ່ວນ ແຊບອກຕໍ່ ເດີພີ່ນ້ອງ

ແຊບອກຕໍ່ ເດີພີ່ນ້ອງ ຢຸດໃຊ້ຢາຕ້ານເຊື້ອກັບຜູ້ທີ່ຕິດເຊື້ອໂຄວິດ19

ສະບາຍດີພໍ່ແມ່ພີ່ປ້ານ້າອາທຸກຄົນ..ມື້ນີ້ຕຸກຊິມາໃຫ້ຂໍຄິດດີ2ກ່ຽວກັບພະຍາດໂຄວິດ19ທີ່ກຳລັງລະບາດຢູ່ໃນຕອນນີ້:

1:ຄືສິ່ງຕ້ອງຫ້າມທີ່ບໍ່ຄວນກິນຢາກໍຄື(ຢາຕ້ານເຊື້ອທຸກຊະນິດ)ນິຍາມພະຍາດໂຄວິດ19ມັນປຽບເໝືອນໄຂ້ຫວັດໃຫ່ຍທີ່ກາຍພັນການຮັກສາດູແລະຄືເຮົາເປັນໄຂ້ຫວັດທົ່ວໄປຈະບໍ່ມີຢາປົວພະຍາດໂຄວິດ19

ໂດຍຕົງຖ້າມີອາການໄຂ້37,5ຂື້ນໄປໃຫ້ກິນຢາລົດໄຂ້ຄື:paracetamol500mgສຳຫລັບຜູ້ໃຫ່ຍກິນ2ເມັດທຸກ6ຊົ່ວໂມງ,ສຳຫລັບເດັກໃຫ້ກິນ1ເມັດທຸກ6ຊົ່ວໂມງແລ້ວເຊັດໂຕດ້ວຍນ້ຳອຸ່ນຕາມຂໍ້ພັບຕ່າງ

2(ຄວນຢຸດກິນຢາເວລາເຊົ່າໄຂ້ທັນທີ)

-ຖ້າຫາກເປັນຫວັດໃຫ້ກິນຢາດີຫວັດຕາມເພີ່ນຂຽນແນະນຳຢູ່ຂ້າງຊ່ອງຢາເລີຍ

-ຖ້າມີອາການໄອໃຫ້ກິນຢາດີໄອເຊັ່ນ:chlorpenniramine4mg1ເມັດຕອນແລງສຳຫລັບເດັກໃຫ້ກິນເຄີ່ງເມັດພ້ອມກິນຢາvitC500mgເຊົ້າ-ແລງ1ເມັດ

ວິທີຮັກສາໂຕເອງຫລືການໃຊ້ຊິວິດຄື:ຕື່ນເຊົ້າໃຫ້ກິນນ້ຳໝາກໜາວຕີໃສ່ນ້ຳອຸ່ນແລະກິນນ້ຳອຸ່ນແທນນ້ຳທົ່ວໄປເລີຍ(ຖ້າບໍ່ຈຳເປັນຢູ່ບ້ານຫ້າມໃຊ້ພັດລົມຫລືແອ)ໝັ່ນອອກກຳລັງກາຍທີ່ເບົາເຊັ່ນ:ການຍາງຫລືແລ່ນເບົາ2ພັກຜ່ອນໃຫ້ພຽງພໍກິນອາຫານໃຫ້ເໝາະສົມແລະມີຄຸນປະໂຫຍດ,ອາບນ້ຳດ້ວຍນ້ຳອຸ່ນທຸກຄັ້ງ…

.ແລ້ວອີກຢ່າງ1ທີ່ຄວນຕ້ອງຮູ້ໂຄວິດ19ມີທັງຮ້າຍແຮງແລະບໍ່ຮ້າຍແຮງ…ສຳຫລັບຜູ້ສູງໄວແລະແມ່ມານທີ່ພູມຕ້ານທານໃນຮ່າງກາຍຕ່ຳ(ບໍ່ໄດ້ຮັບວັກຊິນ)ເຊື້ອຈະລົງປອດໄດ້ງ່າຍແລະເສຍຊີວິດໄດ້ໄວ…..ຕ່າງຈາກໄວໝຸ່ມທີມີພູມຕ້ານທານແລະໄດ້ຮັບວັກຊິນຖ້າຜູ້ຕິດເຊື້ອຈະບໍ່ຮ້າຍແຮງເຖີງແກ່ຊີວິດແລະເຊື້ອຈະຫາຍໄປເອງພາຍໃນ7-14ມື້

ຖ້າຫາກຕຸກເວົ້າຫຍັງບໍ່ທັນຄົບຫລືຜິດພາດປະການໃດກະຕ້ອງຂໍໂທດຂໍອະໄພດ້ວຍ🙏🙏🙏🙏

ແຊບອກຕໍ່ກັນແນ່ເດີເພື່ອເປັນການເຕືອນພໍ່ແມ່ປະຊາຊົນທີ່ເຫັນເຂົາລົງຢາໃຫ້ແບບພິດ

ທີ່ສຳຄັນໂຮມຢາດ້ວຍສີ່ງທີ່ບ້ານເຮົາມີເປັນການດີເຊັ່ນກັນ(ຫົວສີໄຄ,ໃບຂີ້ຫູດ,ຂີງແລະໝາກນາວອັນນິມັກສວນໂຕເດີ☺️☺️)

(ຂອບໃຈພໍ່ແມ່ປ້ານ້າອາແລະໝູ່ຄູ່ທີ່ອ່ານແລະປະຕິບັດຕາມ)ຂໍໃຫ້ພວກທ່ານປາສະຈາກໂລກໄພໄຂ້ເຈັບທັງປວງ🙏🙏🙏🙏🙏🙏

ທີ່ມາ.

Related Posts

Leave a Reply

Your email address will not be published. Required fields are marked *