ສະບາຍດີຊາວມັກໄກ່ທຸກທ່ານ!.. ຖ້າເວົ້າເຖິງເລື່ອງໄກ່ຕາຍຫ່າແມ່ນບັນຫາທີ່ ຊາວລ້ຽງໄກ່ບໍ່ຢາກເຫັນບໍ່ຢາກໃຫ້ມີ. ແຕ່ມັນກໍ່ເກີດມີໄກ່ຕາຍຫ່າຕະຫລອດ ບາງຄັ້ງໄດ່ຕາຍຫ່າກໍ່ຕາຍເປັນ 10 20 ໂຕ ຫລື ຫລາຍກວ່ານັ້ນຕໍ່ຄືນ. ເຮັດໃຫ້ເຮົາກມົດທາງບໍ່ຮູ້ຊິເຮັດແນວໃດ?..

ມື້ນີ້ຢ່ານ້ອຍໃຈ ມື້ນີ້ ແອດໃຈດີ ຈະນຳ ຢ່າດີທີ່ຫລາຍຄົນໃຊ້ແລ້ວໄດ້ຜົນຈິງ ເຮັດແລ້ວໄກ່ຂອງທ່ານບໍ່ຕາຍຫ່າແນ່ນອນ ມາແນະນຳໃຫ້ທຸກຄົນຊາວມັກໄກ່ໄດ້ຮຽນຮູ້..ແລະ ນຳໃຊ້ເພື່ືອປ້ອງກັນໄກ່ຂອງທ່ານ.
ກ່ອນອື່ນແມ່ນໃຫ້ໄປຊອກຫາ ຕົ້ນໄຂ້ທໍລະພິດ(ຊື່ຕົ້ນນີ້ແມ່ນບາງທ້ອງຖິ່ນກໍ່ເອີ້ນຕ່າງກັນ). ຫລັງຈາກນັ້ນ ໃຫ້ເອົາໃບ ຫລື ເອົາທັງໃບທັງຕົ້ນກໍ່ໄດ້. ເມື່ອເອົາໄດ້ມາແລ້ວ ກໍ່ເອົາມາຕົ້ມ.

ວິທີຕົ້ມແມ່ນ: ເອົາໃບປະມານ 2 ກຳມື ຕໍ່ນ້ຳປະມານ 1 ລິດຕໍ່ໄກ່ປະມານ 20-30 ໂຕ. ແຕ່ໄກ່ຂອງທ່ານມີຈຳນວນຫລາຍ ທ່ານກໍ່ຕົ້ມຫລາຍ ເປັນຫມໍ້ໃຫຍ່ກະໄດ້ ແລ້ວໃສ່ນ້ຳພໍປະມານພໍດີ. ແລ້ວຕົ້ມໃຫ້ຟົດປະມານ 25-35 ນາທີ ຫລື ຕົ້ມໃຫ້ນ້ຳຫລຸດລົງເຫລືອ 2/3 ຂອງນ້ຳເດີມ.
ເມື່ອຕົ້ມສຳເລັດແລ້ວ ໃຫ້ເອົາ ນ້ຳຢາທີ່ເຮົາຕົ້ມໄດ້ນັ້ນ ໄປ ປົນກັບອາຫານທີ່ເຮົາຈະເອົາໄປໃຫ້ໄກ່ກິນ(ແຕ່ຕ້ອງຄົນໃຫ້ນ້ຳຢານັ້ນເຂົ້າກັບອາຫານຫົມກ່ອນ.) ກໍ່ສາມາດປ້ອງກັນໄກ່ຕາຍຫ່າໄດ້ ຫລື.

ຫມາຍເຫດ: ຖ້າໄກ່ຕິດເຊື້ອພະຍາດຕາຍຫ່າ ເຖິງຂັ້ນຊິຕາຍແລ້ວຫລື ກິນອາຫານບໍ່ໄດ້ແລ້ວ ທ່ານ ກໍ່ເອົານ້ຳຢາທີ່ຕົ້ມໄດ້ນັ້ນ ມາໃຫ້ກິນເລີຍແບບບໍ່ຕ້ອງປົນກັບອາຫານ.
ພຽງແຕ່ເອົາຕົ້ນຢາແກ້ໄຂ້ທໍລະພິດ ມາຕົ້ມ ແລ້ວເອົານໍ້າທີ່ຕົ້ມນັ້ນ ໄປປະສົມກັບຮຳ່ໃຫ້ໄກ່ກິນ ໄກ່ກໍ່ຈະບໍ່ຕາຍ.
ແຕ່ດີແທ້ແມ່ນ ຕ້ອງໃຫ້ໄກ່ກິນກ່ອນໄກ່ຈະເຫງົາ ເພາະມັນຄືກັນກັບຢາວັກຊິນປ້ອງກັນ ໄກ່ຕາຍຫ່າ,

ຂ້າພະເຈົ້າໄດ້ທົດລອງໃຊ້ໃຫ້ໄກ່ກິນ ຄ່ຽງຄູ່ໄປ ກັບການສັກວັກຊິນນີວຄັດເຊິນ ແລະ ວັກຊິນ ປ້ອງກັນອະຫິວາ, ເຫັນວ່າໄກ່ບໍ່ຕາຍຫລື ໄດ້ຜົນດີ. ກະເລີຍຢາກແບ່ງປັນຂໍ້ມູນນີ້ ເພື່ອບາງທີ ອາດຈະເປັນປະໂຫຍດໃຫ້ແກ່ ບັນດາທ່ານ)..ຢ່າລືມແຊບອກຕໍ່ກັນເດີ