ນັກສຶກສາຄູ ສູ້ເຖິງໄຊ ໄດ້ຮັບ ໃບປະກາສະນີຍະບັດ ກຽດນິຍົມ (ໃບປະກາດແດງ) 10 ຄົນ !!!

🔥 ນັກສຶກສາຄູ ສູ້ເຖິງໄຊ ໄດ້ຮັບ ໃບປະກາສະນີຍະບັດ ກຽດນິຍົມ (ໃບປະກາດແດງ) 10 ຄົນ !!!

ໃນສົກສຶກສາ 2020-2021 ນັກສຶກສາຄູຈາກຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດສາມາດຍາດໄດ້ຮັບໃບປະກາສະນີຍະບັດ ກຽດນິຍົມ 10 ຄົນ ເຊິ່ງຈາກສາຂາຕ່າງໆຄື:

1. ທ້າວຈ່ອຍ ແສງຄໍາ ຄູຈິດຕະວິທະຍາການສຶກສາ

2. ທ້າວກຸ້ງມະນີ ປະທຸມທອງ ຄູຈິດຕະວິທະຍາການສຶກສາ

3. ນາງໄໝໄຮ ແຊ່ຈາວ ຄູຄະນິດສາດ

4. ທ້າວລີປໍເລົ່າ ຫວັງຕົງ ຄູຟິຊິກສາດ

5. ນາງຍອດ ນິດດາວັນ ຄູພາສາລາວ-ວັນນະຄະດີ.

6. ນາງຄູນຄໍາ ຫຼວງລາດ ຄູພາສາລາວ-ວັນນະຄະດີ.

7. ທ້າວໄຊຕິສັກ ສິງທະວົງ ຄູພາສາລາວ-ວັນນະຄະດີ.

8. ນາງດວງມາລາ ທອງສະຫວັນ ຄູພາສາລາວ-ວັນນະຄະດີ.

9. ທ້າວລໍທູ ເຢມະນີ ຄູການເມືອງ.

10. ທ້າວສຸກສະນະ ເພັງສະດາລາດ ຄູປະຫວັດສາດ.

ທຸກໆຄົນລ້ວນແລ້ວແຕ່ມີຄວາມຮູ້ຄວາມສາມາດ ມີທັກສະໃນການຮຽນຮູ້, ການຄົ້ນຄວ້າແຕກຕ່າງກັນໄປ.

ທ້າວໄຊຕິສັກ ສິງທະວົງ ນັກສຶກສາຄູພາສາລາວ-ວັນນະຄະດີກ່າວວ່າ ຕົນເອງຮູ້ສຶກພາກພູມໃຈຫຼາຍທີ່ສາມາດຍາດປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) ເຊິ່ງອີກຜົນງານໜຶ່ງຢູ່ໃນຮົ້ວມະຫາວິທະຍາໄລ ແລະ ກໍຄິດວ່າພໍ່ແມ່ຍາດຕິພີ່ນ້ອງກໍຄົງພູມໃຈເຊັ່ນດຽວກັນ.

ລາວກ່າວຕື່ມວ່າ ກ່ອນຈະໄດ້ໃບປະກາສະນີຍະບັດກຽດນິຍົມບໍ່ແມ່ນເລື່ອງງ່າຍ ແລະກໍ່ບໍ່ແມ່ນເລື່ອງຍາກ ພຽງແຕ່ຕັ້ງໃຈຮໍ່າຮຽນ, ຊອກສຶກສາຮຽນຮູ້ຈາກແຫຼ່ງຂໍ້ມູນອື່ນໆເປັນຕົ້ນ

ອິນເຕີເນັດ ຫຼື ຜູ້ທີ່ມີຄວາມຮູ້ປະສົບການ; ໃບປະກາສະນີຍະບັດກຽດນິຍົມທຸກໆຄົນສາມາດເປັນເຈົ້າຂອງໄດ້ ຖ້າເຮົາຕັ້ງໃຈ, ມຸ່ງໝັ້ນ, ດຸໝັ່ນສຶກສາຄົ້ນຄວ້າຮໍ່າຮຽນ.

ຂ່າວ: ໂຄສົກໄພວອນພາບ: ສິງຄໍາ

Related Posts

Leave a Reply

Your email address will not be published. Required fields are marked *