News

ປະຊາຊົນ ຊ່ວຍກັນ ຕັ້ງເສົາໄຟຟ້າ ແບບໃຫມ່ ຊົ່ວຄາວ

ວັນທີ່14/10/2021 ສູນບໍລິການໄຟຟ້າເມືອງພູຄູນ ແຂວງຫຼວງພະບາງ ໄດ້ສົມທົບປະຊາຊົນຊາວບ້ານທົ່ງສະຕາ ລົງແກ້ໄຂ-ສ້ອມແປງ ເສົາຕາຂ່າຍແຮງກາງ12ແມັດຍຸບ ຈຳນວນ2ຕົ້ນ

ໃນເຂດບ້ານດັ່ງກ່າວ ສາເຫດເກີດຈາກສະພາບອາກາດມີຝົນຕົກຫຼັກເຮັດໃຫ້ເກີດດີນສະໄລ່ ຕໍ່ກັບສະພາບບັນຫາດັ່ງກ່າວ ທາງສູນບໍລິການໄຟຟ້າບໍ່ສາມາດນຳພາຫະນະເຂົ້າເຖີງຈຸດເກີດເຫດໄດ້

ຈື່ງໄດ້ສົບທົບກັບປະຊາຊົນພາຍໃນບ້ານເພື່ອຂໍແຮງງານ, ໃນການສ້ອມແປງໃນຄັ້ງນີ້ ເຊີ່ງໜ້າວຽກທີ່ປະຕິບັດຄື: ໄດ້ມີການຕັ້ງເສົາໄມ້ແກ້ໄຂຊົ່ວຄາວ ແລະ ຕິດຕັ້ງອຸປະກອນໄຟຟ້າໃສ່ເສົາຈຳນວນ2 ຕົ້ນເຊີ່ງເປັນເສົາຄູ່.

ປະຈຸບັນວຽກງານດັ່ງກ່າວແມ່ນສຳເລັດ ແລະ ໄດ້ສົ່ງໄຟຟ້າໃຫ້ປະຊາຊົນໄດ້ນຳໃຊ້ປົກກະຕິ.

#ພາບແລະຂໍ້ມູນຈາກສູນບໍລິການໄຟຟ້າເມືອງພູຄູນ

Related Articles

Leave a Reply

Your email address will not be published. Required fields are marked *

Check Also
Close
Back to top button