ທຸກຄົນລ້ວນບໍ່ຢາກສ່ຽງ ແຕ່ຫາກບໍ່ເຮັດກໍ່ບໍ່ມີໃຜແລ້ວ

ໄລຍະນີ້ດັ່ງທີ່ຫຼາຍໆຄົນຮູ້ກັນວ່າ ຈຳນວນຜູ້ຕິດເຊື້ອແຕ່ລະມື້ນັ້ນເພີ່ມສູງຂຶ້ນ

ການແຜ່ລະບາດເປັນວົງກວ້າງ ມາຮອບນີ້ນັບວ່າໜັກກວ່າຮອບທີ່ຜ່ານມາ ແລະ ຫຼາຍພາກສ່ວນບໍ່ວ່າຈະເປັນ ຄະນະສະເພາະກິດ ແພດໝໍ ເຈົ້າໜ້າທີທີ່ເປັນດ່ານໜ້າ ກໍ່ຕ້ອງຮັບພາລະໜ້າທີ່ກັນຢ່າງໜັກ ແລະ ອົດທົນ.

ແຕ່ຢ່າລືມວ່າ ດ່ານຫຼັງພວກເຮົາມີໃຜແດ່ທີ່ໄດເຮັບພາລະໜ້າກັນຢ່າງບຸກບືນ ບໍ່ວ່າຈະເປັນ ໜ່ວຍກູ້ໄພກໍ່ຄືອາສາສະໝັກ ໜ່ວຍງານສົງເຄາະ ຕ່າງກໍ່ເຮັດວຽກຂັບເຄື່ອນກັນຢ່າງເຕັມທີ ແລະ ນອກຈາກນີ້ກໍ່ຫຼາຍໆພາກສ່ວນ ຊຶ່ງແອດເຫັນວ່າ ຫຼາຍຄົນເບິ່ງຂ້າມ ຫຼາຍສື່ບໍ່ເວົ້າເຖິງ ຫຼື ເວົ້າເຖິງຂ້ອນຂ້າງໜ້ອຍຫຼາຍ.

ໃນໂພສນີ້ແອດຢາກໃຫ້ກຳລັງໃຈທຸກໜ່ວຍງານທີ່ກຳລັງຕໍ່ສູ້ກັບພະຍາດຮ້າຍນີ້ ຈົ່ງມີກຳລັງໃຈທີ່ເຂັ້ມແຂງ ທຸກຄົນລ້ວນບໍ່ຢາກສ່ຽງ ແຕ່ຫາກບໍ່ເຮັດກໍ່ບໍ່ມີໃຜແລ້ວ.

ໄປດ້ວຍໃຈ ໃຫ້ດ້ວຍຮັກ Go with heart give with love ໜຶ່ງໜ່ວຍງານທີ່ສັງຄົມບໍ່ຄ່ອຍຄຸ້ນເທົ່າໃດ ແຕ່ໜ່ວຍງານນີ້ໄດ້ປະຕິບັດໜ້າທີ່ທັງພົ່ນຢາຂ້າເຊື້ອ ແລະ ລະດົມທຶນໃນການບໍລິຈາກຊ່ວຍເຫຼືອມາຫຼາຍຄັ້ງແລ້ວ ຕອນນີ້ທາງໜ່ວຍງານກຳລັງຈະໝົດກຳລັງ ທ່ານໃດທີ່ຢາກສົມທົບທຶນຕິດຕໍ່ຫາທາງເພຈເພິ່ນໄດ້ເດີ້

Related Posts

Leave a Reply

Your email address will not be published. Required fields are marked *