ຄະນະສະເພາະກິດແນະນຳ ງົດການມາຢ້ຽມຄົນເຈັບຢູ່ໂຮງໝໍຂອງພີ່ນ້ອງທຸກຄົນ ຖ້າບໍ່ຈໍາເປັນຄວນມາເຝົ້າພຽງແຕ່ຄົນດຽວ

ຄະນະສະເພາະກິດແນະນຳ ງົດການມາຢ້ຽມຄົນເຈັບຢູ່ໂຮງໝໍຂອງພີ່ນ້ອງທຸກຄົນ ຖ້າບໍ່ຈໍາເປັນຄວນມາເຝົ້າພຽງແຕ່ຄົນດຽວ

ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວໃນວັນທີ 11 ຕຸລາ 2021 ໃຫ້ຮູ້ວ່າ: ເນື່ອງຈາກປັດຈຸບັນນີ້ໄດ້ມີຄົນເຂົ້າໄປນອນປິ່ນປົວຢູ່ໂຮງໝໍຈຳນວນຫຼາຍ, ຈຶ່ງເຮັດໃຫ້ແພດ ແລະ ພະນັກງານດ່ານໜ້າຈຳນວນໜຶ່ງເກີດການຕິດເຊື້ອ ເຊິ່ງສົ່ງຜົນກະທົບຕໍ່ການບໍລິການໃນໂຮງໝໍ, ແຕ່ໂຮງໝໍຂອງພວກເຮົາກໍຍັງສືບຕໍ່ເປີດບໍລິການ ເພື່ອຮັບໃຊ້ປິ່ນປົວປະຊາຊົນທີ່ເຈັບປ່ວຍຍ້ອນພະຍາດຕ່າງໆເໝືອນເຊັ່ນເຄີຍ.

ດັ່ງນັ້ນ, ເພື່ອສະກັດກັ້ນບໍ່ໃຫ້ເກີດມີການແຜ່ເຊື້ອ, ຖ້າບໍ່ຈໍາເປັນ ກໍ່ຄວນມາເຝົ້າພຽງແຕ່ຄົນດຽວກໍ່່ພໍ ແລະ ງົດການມາຢ້ຽມຄົນເຈັບຢູ່ໂຮງໝໍຂອງພີ່ນ້ອງທຸກຄົນ.

ສໍາຄັນ ແມ່ນໃຫ້ຕຽມພ້ອມສະບູ ຫຼື ນໍ້າຢາລ້າງມື, ຜ້າປິດປາກດັງໃຫ້ພຽງພໍຕໍ່ທັງຄົນເຈັບ ແລະ ຜູ້ມາເຝົ້າດ້ວຍ.

ເຊິ່ງການຕໍ່ສູ້ກັບເຊື້ອໂຄວິດ-19 ເໝືອນກັບວ່າເປັນການເຮັດສົງຄາມກັບສັດຕູທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າ ແລະ ບໍ່ຮູ້ວ່າເຊື້ອພະຍາດມັນຢູ່ຈຸດໃດແດ່ ສະນັ້ນ ທຸກຄົນ ຕ້ອງເຂັ້ມງວດໃນການລ້າງມືເລື້ອຍໆ ແລະ ແຍກຫ່າງຈາກຄົນອື່ນ.

Related Posts

Leave a Reply

Your email address will not be published. Required fields are marked *