ເຫດຄົນຖືກຍິງ ເຂດບ້ານຊຽງດາ ເມືອງໄຊເສດຖາ.

ໃນວັນທີ 11 ຕຸລາ 2021 ເວລາ 18:30 ນາທີ ຫນ່ວຍກູ້ໄພ 1624 ໄດ້ຮັບແຈ້ງເຫດວ່າມີຄົນຖືກຍິງເຂດບ້ານ ຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ດັ່ງນັ້ນທີມກູ້ຊີບກູ້ໄພນະຄອນຫຼວງສູນສັງການຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນ ເພດຊາຍ.

ອາການເບື້ອງຕົ້ນແມ່ນມີບາດແຜຢູ່ຫນ້າເອິກເບື້ອງຂວາ ດັ່ງນັ້ນ ທີມກູ້ຊີບກູ້ໄພຈື່ງໄດ້ປະຖົມພະຍາບານແລ້ວນຳສົງໂຮງໝໍເສດຖາທິລາດເພື່ອໄປປິ່ນປົວໃຫ້ຊ່ວງເຊົາ.

ສ່ວນສາເຫດການຖືກຍິງແມ່ນຈະລາຍງານໃຫ້ຊາບຕາມພາຍຫລັງ.
ທີ່ມາ.
