ປກສ ເມືອງຈັນທະບູລີ ສຶກສາອົບຮົມ ແລະ ປັບໃໝ ກຸ່ມໄວລຸ້ນ ຈໍານວນ 6 ຄົນ ຕັ້ງວົງຊຸມແຊວດື່ມເບຍ
ໃນວັນທີ 8 ຕຸລາ 2021, ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສຶກສາອົບຮົມ ແລະ ປັບໃໝ ກຸ່ມໄວລຸ້ນ 6 ຄົນ, ຍີງ 4 ຄົນ ທີ່ຕັ້ງວົງຊຸມແຊວດື່ມເບຍ ຢູ່ຮ້ານຂາຍຊີ້ນສົດ ເຂດບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ເຊິ່ງເປັນການລະເມີດຕໍ່ຄໍາສັ່ງ ເລກທີ 15/ນຍ ແລະ ແຈ້ງການ ເລກທີ 37/ຈນວ.
ກ່ອນນີ້ຄື: ວັນທີ 7 ຕຸລາ 2021 ໄດ້ສົມທົບກັບ ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ຫົວເມືອງ, ປກສ ກຸ່ມໂພນຕ້ອງ ແລະ ການຈັດຕັ້ງບ້ານຮ່ອງໄກ່ແກ້ວ ລົງກວດກາພື້ນທີ່ຄວາມຮັບຜິດຊອບ ພົບເຫັນກຸ່ມໄວລຸ້ນດັ່ງກ່າວ ໄດ້ຕັ້ງວົງຊຸມແຊວ, ບໍ່ຮັກສາໄລຍະຫ່າງ ຖືເປັນການລະເມີດຄໍາສັ່ງ, ແຈ້ງການ ຈິ່ງໄດ້ປັບໃໝຕາມແຈ້ງການ ເລກທີ 37/ຈນວ.
ກອງບັນຊາການ ປກສ ນວ ຂໍຮຽກຮ້ອງມາຍັງບັນດາຄອບຄົວ, ຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານຕ່າງໆ ໃນໄລຍະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນໃຫ້ຢຸດເຊົາຕັ້ງວົງຊຸມແຊວ ຫຼື ການກະທໍາໃດໆທີ່ຜິດຕໍ່ຄໍາສັ່ງ, ແຈ້ງການຂອງຂັ້ນເທີງ ທັງນີ້, ກໍ່ເພື່ອຮັກສາໄລຍະຫ່າງ ແລະ ພ້ອມກັນສະກັດກັ້ນການແຜ່ລະບາດຂອງພະຍາດ ທີ່ອາດຈະແຜ່ອອກສູ່ວົງກວ້າງ;
ພ້ອມດຽວກັນນີ້ ຖ້າຫາກພົບເຫັນການຝາຝືນເຈົ້າໜ້າທີ່ຈະນໍາໃຊ້ມາດຕະການຢ່າງເຂັ້ມງວດ ໂດຍບໍ່ມີຂໍ້ຍົກເວັ້ນ.
