ສັ່ງປິດເມືອງລະຄອນເພັງ ເນື່ອງຈາກມີຜູ້ຕິດເຊື້ອໂ ຄ ວິ ດໃນຊຸມຊົນ​

ສັ່ງປິດເມືອງລະຄອນເພັງ ເນື່ອງຈາກມີຜູ້ຕິດເຊື້ອໂຄວິດໃນຊຸມຊົນ​ ເລີ່ມແຕ່ວັນທີ​ 28​ ສິງຫາ​ ຮອດ​ 11​ ກັນຍາ.

ເນື່ອງຈາກເມືອງລະຄອນເພັງ,​ ແຂວງສາລະວັນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນຊຸມຊົນ ນັບແຕ່ວັນທີ 27 ສິງຫາ ເປັນຕົ້ນມາ​ ຜູ້ຕິດເຊື້ອດັ່ງກ່າວໄດ້ເຄື່ອນໄຫວໄປຫຼາຍສະຖານທີ່ ແລະ ມີກຸມສຳຜັດຫຼາຍສົມຄວນ , ຕໍ່ສະພາບການດັ່ງກ່າວຄະນະສະເພາະກິດຂັ້ນເມືອງ ໄດ້ປະເມີນເຫັນວ່າ ມີຄວາມເປັນໄປໄດ້ສູງ ທີ່ຈະເກີດມີການແຜ່ລະບາດຂອງພະຍາດດັ່ງກ່າວອອກສູ່ຊຸມຊົນເປັນວົງກວ້າງ, ສະນັ້ນ ຈຶ່ງມີຄວາມຈໍາເປັນຕໍອງໄດ້ປະຕິບັດມາດຕະການປ້ອງກັນ ແລະ​ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.​ ດັ່ງນັ້ນ, ເຈົ້າເມືອງລະຄອນເພັງ ອອກຄໍາສັ່ງ:

1. ເຫັນດີໃຫ້ປີດ (Lock Down) ເມືອງລະຄອນເພັງ ນັບແຕ່ເວລາ 16:00 ໂມງ ຂອງວັນທີ 28 ສິງຫາ ເຖິງ
ເວລາ 16:00 ໂມງ ຂອງວັນທີ 11 ກັນຍາ 2021

2. ຫ້າມບໍ່ໃຫ້ມີການສັນຈອນໄປ-ມາ ພາຍໃນເມືອງລະຄອນເພັງ ຫຼັງຈາກເວລາ 20:00 ໂມງແລງ – 6:00 ໂມງເຊົ້າຂອງແຕ່ລະວັນ,​ ຍົກເວັ້ນເຈົ້າໜ້າທີ່ຄະນະສະເພາະກິດ ແລະ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນເມືອງຢ່າງເປັນລາຍລັກອັກສອນ.

3. ຫ້າມພົນລະເມືອງລະຄອນເພັງ ເດີນທາງໄປຕ່າງເມືອງ,ຕ່າງແຂວງ,ຫ້າມຄົນຕ່າງເມືອງ,ຕ່າງແຂວງ ເດີນທາງເຂົ້າມາເມືອງລະຄອນເພັງ,​ ຍົກເວັ້ນ ຜູ້ທີ່ມີພູມລໍາເນົາ,ເຮັດວຽກປະຈໍາຢູ່ເມືອງລະຄອນເພັງ ແລະ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນເມືອງ,ຂັ້ນແຂວງ​ ແລະ​ ມາດຕະການ​ອື່ນໆ.

Related Posts

Leave a Reply

Your email address will not be published. Required fields are marked *