ໂດຍປະຕິບັດຕາມຄໍາສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ ໃນການປ້ອງກັນສະກັດກັ້ນ ແລະ ຕ້ານການແຜ່ລະບາດພະຍາດດັ່ງກ່າວ ໂດຍສຸມໃສ່ການຕັ້ງດ່ານກວດກາ ຄົນທີ່ເດີນທາງເຂົ້າ-ອອກ ນວ ຢ່າງເຂັ້ມງວດ ຖ້າບຸກຄົນໃດບໍ່ໄດ້ສັກຢາວັກຊິນ ປ້ອງກັນພະຍາດ Covid-19 ຄົບ 2 ເຂັມ ຫຼື ບໍ່ມີເອກະສານຢັ້ງຢືນ ການເດີນທາງຈາກຄະນະສະເພາະກິດແຂວງ-ນວ ແມ່ນບໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກໄດ້.

ຮອ ເຊຕັ້ງ ຈັນທະນຸວົງ ຮອງຫົວໜ້າໜ່ວຍງານ ຈະລາຈອນ ປກສ ເມືອງປາກງື່ມ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 25 ສິງຫາ 2021 ວ່າ: ໂດຍປະຕິບັດຕາມຄໍາສັ່ງ ກໍຄືທິດຊີ້ນໍາໃນການເຝົ້າລະວັງເພີ່ມທະວີວຽກງານປ້ອງກັນສະກັດກັ້ນພະຍາດໂຄວິດ 19 ເຈົ້າໜ້າທີ່ພວກເຮົາ ຈຶ່ງໄດ້ວາງກໍາລັງລົງປະຈໍາຈຸດ, ຕັ້ງດ່ານກວດກາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ເຊິ່ງການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະວັນທີ 01-25 ສິງຫາ 2021, ເຫັນໄດ້ວ່າ: ເຈົ້າໜ້າທີ່ ໄດ້ສຸມໃສ່ກວດກາເອກະສານລົດ ເດີນທາງເຂົ້າ-ອອກ ນວ ແລະ ບຸກຄົນທີ່ມີຈຸດປະສົງເດີນທາງເຂົ້າ-ອອກ ນວ ຖ້າບໍ່ໄດ້ສັກຢາວັກຊິນ ປ້ອງກັນພະຍາດໂຄວິດ 19 ຄົບ 2 ເຂັມ ຫຼື ບໍ່ມີເອກະສານຢັ້ງຢືນການເດີນທາງ ຈາກຄະນະສະເພາະກິດແຂວງ-ນວ, ແມ່ນບໍ່ອະນຸຍາດໃຫ້ຜ່ານໄດ້; ຜ່ານການຈັດຕັ້ງປະຕິບັດຕົວຈິງ ພົບເຫັນບຸກຄົນທີ່ບໍ່ມີເງື່ອນໄຂຄົບຖ້ວນ ທັງໝົດຈໍານວນ 85 ຄົນ, ຍິງ 25 ຄົນ ແລະ ໄດ້ແນະນໍາໃຫ້ເຂົາເຈົ້າກັບຄືນທ້ອງຖິ່ນ-ແຂວງຂອງຕົນ ເພື່ອຮັບວັກຊິນ.

ສ່ວນຜູ້ທີ່ມີພະຍາດປະຈໍາຕົວ ມີຈຸດປະສົງເດີນທາງເຂົ້າ-ອອກ ນວ ຕ້ອງມີໃບຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ຈຶ່ງອະນຸຍາດໃຫ້ເດີນທາງເຂົ້າ-ອອກ ນວ ໄດ້. ຮອ ເຊຕັ້ງ ຈັນທະນຸວົງ ຍັງໃຫ້ຮູ້ອີກວ່າ: ຕໍ່ກັບວຽກງານອຸບັດຕິເຫດ ເລີ່ມແຕ່ວັນທີ 01-25 ສິງຫາ 2021, ເມືອງປາກງື່ມ ມີອຸບັດຕິເຫດ ເກີດຂຶ້ນທັງໝົດ 4 ເລື່ອງ; ໃນນັ້ນ ເສຍຊີວິດ 1 ຄົນ. ຄູ່ກໍລະນີທີ່ເສຍຊີວິດ ແມ່ນສົ່ງໃຫ້ເຈົ້າໜ້າທີ່ໃຫ້ພະແນກຕໍາຫຼວດຈະລາຈອນ ນວ ດໍາເນີນຄະດີ.

ສ່ວນອີກ 3 ເລື່ອງ ເຈົ້າໜ້າທີ່ຈະລາຈອນ ປກສ ເມືອງປາກງື່ມ ໄດ້ແກ້ໄຂຕາມຂັ້ນຕອນຂອງລະບຽບກົດໝາຍ.

ທີ່ມາ: ປກສ ນວ