
ຜູ້ໃຊ້ເຟສບຸກຊື່Lamphoun Soukchaleun ໄດ້ໂພສວ່າ: #ຕັ້ງເເຕ່ເປັນເອັຟຊີເຈົ້າມື້ນັ້ນ_ຄອມເມັ້ນເຈົ້າຈົນເຈົ້າມີໃຈ—ໃນທີ່ສຸດມື້ນີ້ອ້າຍກະໄດ້ເຈົ້າເປັນເມຍ!!!—#ຕອນຄົບກັນເເລກໆ

#ຮູບຄູ່ຮູບເເລກ
ຈາກທີ່ບໍ່ເຄີຍເຫັນບໍ່ຮູ້ຈັກກັນ ກະໄດ້ມາເປັນຄູ່ກັນຫາກມັນສິເເມ່ນຄົບເປັນເເຟນ5.5.2020ຫມັ້ນທີ16.9.2020ຈະເເຕ່ງທີ14.11.2020

#ເດດເເລກທີ່ຮ້ານເຂົ້າປຸ້ນເເຈ່ວຂິງ
#ໄປຫລິ້ນ
#ໄປນຳກັນທຸກທີ່

ຮັກແທ້ບໍ່ໄດ້ເເປວ່າຕ້ອງຄົບກັນຫລາຍປີ ຖ້າເຂົ້າໃຈກັນ ຮັກກັນອິຫລີ ຮັບທຸກຢ່າງຂອງກັນເເລະກັນໄດ້ດີ ເທົ່ານີ້ລະເອີ້ນວ່າຮັກຫມັ້ນນິລັນດອນເເບ່ງ.

#ມື້ເເລກຮັກຫລາຍມື້ນີ້ຍິ່ງຮັກຫລາຍຂຶ້ນ Mirindar Seekhamphanh
#ໄປທ່ຽວຊຽງຂວາງ
#ຮັກຫລາຍຍຍ

#ຮັກທີ່ສຸດ
#ກະຄີງຈົມຢູ່ເດເນາະ

#ເເລະໃນທີ່ສຸດກະ
#ເຮົາສອງໄດ້ຫມັ້ນກັນ

#ໄປທ່ຽວຫລວງພະບາງນຳກັນ
#ເເລະສຸດທ້າຍເຮົາກະໃກ້ຈະເເຕ່ງງານກັນເເລ້ວ ຄວາມຝັນຂອງທັງສອງຄົນເປັນຈິງ.

#ມີມີ່ອາຍຸພຽງ19 ເເຕ່ນິໃສບໍ່ແມ່ນ19ແລ້ວ ຮູ້ຈັກຫາເງິນຊ່ວຍກັນ ເກັບຊ່ວຍກັນ ຜ່ານຮ້ອນຜ່ານຫນາວມານຳກັນ.

#ລຳພູນ24ປີ ອາດຈະບໍ່ໄດ້ມີພຽບພ້ອມ ເເຕ່ເຮົາກໍ່ສ້າງສາໄປນຳກັນ ຜ່ານຜ່າອຸປະສັກບັນຫາທຸກຢ່າງນຳກັນມາ ກິນຫມີ່ນຳກັນ ກິນເເຈ່ວນຳກັນ ກະຄົນດຽວນີ້ຮັກທີ່ສຸດ.

ຂອບໃຈທຸກຄົນທີ່ອ່ານເເຕ່ຕົ້ນຈົນຈົບ ໄປຮ່ວມຍິນດີນຳພວກເຮົາສອງຄົນດ້ວຍ ທີ່ຊຽງຂວາງ 14.11.2020
