ການນຳແຂວງຄຳມ່ວນ ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນ ຢູ່ບັນດາເມືອງຕ່າງໆ

ການນຳແຂວງຄຳມ່ວນ ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນ ຢູ່ບັນດາເມືອງຕ່າງໆ

ເພື່ອສະແດງເຖິງຄວາມເປັນຫ່ວງເປັນໄຍຂອງການນຳພັກ-ລັດ ແຂວງ ທີ່ມີຕໍ່ພໍ່ແມ່ປະຊາຊົນ ໃນລະຫວ່າງວັນທີ 8-9 ຕຸລາ 2021 ທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ປະເພດ:

ໝີ່ສຳເລັດຮູບ, ນໍ້າດື່ມ ແລະ ເຄື່ອງໃຊ້ໃນຄົວເຮືອນ ຈຳນວນໜຶ່ງ ໄປມອບໃຫ້ແກ່ອຳນາດການປົກຄອງ ເມືອງ ເຊິ່ງປະກອບມີ: ເມືອງໜອງບົກ, ເຊບັ້ງໄຟ, ຫີນບູນ, ມະຫາໄຊ, ຍົມມະລາດ, ນາກາຍ ແລະ ເມືອງຄູນຄຳ ເຊິ່ງຕາງໜ້າຮັບໂດຍການນຳໃນແຕ່ລະເມືອງ

ເພື່ອຈະນຳໄປມອບຕໍ່ໃຫ້ແກ່ອຳນາດການປົກຄອງ ກໍ່ຄືພໍ່ແມ່ປະຊາຊົນ ບັນດາບ້ານຕ່າງໆ ໂດຍສະເພາະບັນດາຄອບຄົວທຸກຍາກ ທີ່ຢູ່ໃນເຂດບ້ານແດງ ໃນສະພາບການທີ່ຈັດຕັ້ງປະຕິບັດ ມາດຕະການປິດເມືອງ, ປິດບ້ານ ຍິ່ງເຮັດໃຫ້ການດຳລົງຊີວິດການເປັນຢູ່ຂອງເຂົ້າເຈົ້າມີຄວາມຫຍຸ້ງຍາກຂຶ້ນຕື່ມ.

ໃນໂອກາດເຄື່ອນໄຫວມອບເຄື່ອງໃນຄັ້ງນີ້ ທ່ານຮອງເຈົ້າແຂວງຄຳມ່ວນ ໄດ້ຝາກຄວາມເປັນຫ່ວງເປັນໄຍ ຕໍ່ການນຳຂອງເມືອງ ເຖິງພໍ່ແມ່ປະຊາຊົນ ພ້ອມທັງເນັ້ນໃຫ້ອຳນາດການປົກຄອງເມືອງ ຈົ່ງສືບຕໍ່ຈັດຕັ້ງປະຕິບັດ ຜັນຂະຫຍາຍ

ຄຳສັ່ງເລກທີ 09 ຂອງທ່ານເຈົ້າແຂວງຄຳມ່ວນ ແລະ ມາດຕະການເລກທີ 06 ຂອງຄະນະ ສະເພາະກິດ ຕໍ່ຜູ້ລະເມີດ ທີ່ໄດ້ກຳນົດອອກຢ່າງເຂັ້ມງວດ ຈົນກວ່າຈະມີ ຄຳສັ່ງ, ແຈ້ງການ ສະບັບໃໝ່.

ຂອບໃຈແຫຼ່ງຂ່າວ: khammouane News

Related Posts

Leave a Reply

Your email address will not be published. Required fields are marked *