ແຈ້ງເຕືອນພາຍຸໄລອອນລັອກ ປະຈໍາວັນທີ 10 ຕຸລາ 2021ໃນເວລາ 7 ໂມງເຊົ້າ ຂອງວັນທີ 10 ຕຸລາ 2021 ພາຍຸເຂດຮ້ອນ ໄລອອນລັອກ(LIONLOCK) ຫົວທີ 17 , ມີຈຸດສູນກາງຢູ່ເສັ້ນຂະໜານທີ 20.4 ອົງສາ ເໜືອ ແລະ ເສັ້ນແວງທີ 108.1 ອົງສາຕາເວັນອອກ ໄດ້ເຄື່ອນໃນທິດຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ດ້ວຍຄວາມໄວ 11 ກິໂລແມັດຕໍ່ຊົ່ວໂມງ.

ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອຂອງ ສສ ຫວຽດນາມໃນຕອນຄໍ່າຂອງມື້ນີ້ ແລະ ຈະສືບຕໍ່ອ່ອນກໍາລັງລົງເປັນພາຍຸດີເປຼຊັນ, ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ຈະກວມເອົາແຂວງ ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ບໍລິຄໍາໄຊ ແລະ ຄໍາມ່ວນ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼຶ້ອມໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ດັ່ງນັ້ນຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ

ໂດຍສະເພາະຜູ້ທີ່ອາໃສລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນໍ້າຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນ້ຳຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ລົມພັດແຮງເຮັດໃຫ້ຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

.

.

.
