ປະກາດເຖິງທ່ານໃດທີ່ຍັງບໍ່ທັນໄດ້ຊັກວັກຊິນ ປ້ອງກັນໂ ຄ ວິ ດ ເທື່ອ ແມ່ນໃຫ້ຮີບໄປຊັກດ່ວນ ເຊິ່ງປະຈຸບັນນີ້ ສະເພາະຢູ່ໃນ ນະຄອນຫຼວງວຽງຈັນ ຈຸດບໍລິການວັກຊີນມີດັ່ງນີ້: ຈຸດທີ 1. ໂຮງໝໍສູນກາງ; 2. ໂຮງໝໍເມືອງ 9 ຕົວເມືອງ; 3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ) ແລະ ຈຸດທີ 4. ສໍາລັບຈຸດບໍລິການ ສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລິ່ມແຕ່ວັນທີ 11-15 ຕຸລາ 2021.

ມາຮອດປະຈຸບັນ ຂໍລາຍງານໃຫ້ບັນດາທ່ານຊາບວ່າ ໄດ້ສັກວັກຊິນເຂັມທີ 1 ເຖິງ 3.054,891 ຄົນ (ກວມ 41,63%) ແລະ ສັກຄົບໂດສ ເຖິງ 2.210,362 ຄົນ (ກວມ 30,12 %). ເຖິງຢ່າງໃດກໍ່ຕາມ ປັດຈຸບັນ ຍັງບໍ່ທັນມີວັກຊິນຊະນິດໃດເທື່ອ ທີ່ສາມາດປ້ອງກັນພະຍາດໂ ຄ ວິ ດ-19 ໄດ້ 100%.

ດັ່ງນັ້ນ ເຖິງທ່ານຈະໄດ້ຮັບການສັກວັກຊິນຄົບແລ້ວກໍ່ຕາມ ທ່ານກໍ່ຍັງສາມາດຕິດເຊື້ອພະຍາດດັ່ງກ່າວໄດ້ ຖ້າຫາກທ່ານ ຂາດການປ້ອງກັນຕົນເອງຢ່າງເຂັ້ມງວດ.

ຖ້າທ່ານໄດ້ສັກວັກຊິນຄົບແລ້ວ ກໍ່ຢ່າປະໝາດ ແຕ່ໃຫ້ດໍາລົງຊີວິດປົກກະຕິແບບໃໝ່ ໂດຍການໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອທີ່ມີທາດເຫຼົ້າ 70 % ຂຶ້ນໄປ ແລະ ຮັກສາໄລຍະຫ່າງຈາກຄົນອື່ນສະເໝີ ເພື່ອຊ່ວຍກັນ ຕັດຕ່ອງໂສ້ຂອງການແຜ່ລະບາດໃນຄັ້ງນີ້.
