ກຸ່ມ 5 ໜອງທາ ແກ້ໄຂຈຸດມົ້ວສຸມຢາເສ ບຕິ ດ ຈຳນວນ 8 ຄົນ ພ້ອມຂອງກາງ 21ເມັດ
ໃນວັນທີ 8 ຕຸລາ 2021 ປກສ ກຸ່ມ 5 ໜອງທາ ໄດ້ສົມທົບກັບ ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແກ້ໄຂຈຸດມົ້ວສຸມຢາເສບຕິດ ຢູ່ບ້ານໜອງປີງ ເຊິ່ງກັກຕົວຜູ້ຖືກຫາ ມີທັງໝົດ 8 ຄົນ ຢູ່ເຮືອນຂອງ ທ້າວ ຄອນສະຫວັນ ອາຍຸ 46 ປີ.
ອາຊີບ ກໍາມະກອນ ບ້ານໜອງປີງ ເປັນຜູ້ຂາຍຢາບ້າໃຫ້ ທ້າວ ບຸນແກ້ວ ອາຍຸ 18 ປີ ກໍາມະກອນ ມາຈາກບ້ານໂພນແບງ ເມືອງເຟືອງ ແຂວງວຽງຈັນ ພ້ອມຂອງກາງ 6 ເມັດ ແລະ ທ້າວ ແກ້ວນະຄອນ ອາຍຸ 25 ປີ ກໍາມະກອນ ບ້ານໂພນສົມບູນ ເມືືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມຂອງກາງ 15 ເມັດ, ທັງ 3 ຄົນ ໄດ້ນໍາສົ່ງຕົວໃຫ້ ກອງບັນຊາການ ປກສ ເມືອງຈັນທະບູລີ ດໍາເນີນຄະດີ.
ສ່ວນຜູ້ເສບ ຈໍານວນ 5 ຄົນ ໄດ້ສຶກສາອົບຮົມ ແລ້ວໃຫ້ຮັບປະກັນເອົາໄປສືບຕໍ່ຄຸ້ມຄອງ.
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງ ຈົ່ງສຶກສາອົບຮົມ ແລະ ຕິດຕາມພິຶດຕິກຳລູກຫຼານຂອງຕົນໃຫ້ດີຢ່າປ່ອຍໃຫ້ໄປພົບພັນຢາເສບຕິດ ຖ້າຮູ້ແລ້ວກໍ່ຢ່າປິດບັງໃຫ້ປຶກສາກາຈັດຕັ້ງບ້ານເພື່ອຊອກວິທີຊ່ວຍເຫຼືອ ແລະ ຊ່ວຍກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນການເຄື່ອນໄຫວອັນທີ່ຜິດຕໍ່ກົດໝາຍບ້ານເມືອງອັນນຳໄປສູ່ຄວາມບໍ່ສະຫງົບມາສູ່ສັງຄົມສາມາດແຈ້ງຂໍ້ມູນ, ຮູບພາບ,ວີດີໂອ, ຄິບສຽງ.
ມາທີ່ເບີວອດແອັບ ປກສ ນວ 020 28899774.