ຄະນະສະເພາະກິດ ບໍ່ອະນຸຍາດ ໃຫ້ຊື້ເຄື່ອງກວດໂຄວິດ-19 ແບບໄວ ມາກວດເອງ, ຍ້ອນອາດໄດ້ຜົນກວດທີ່ຜິດພາດ ແລະ ບໍ່ໄດ້ມາດຕະຖານທີ່ WHO ຮອງຮັບດຣ.
ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ , ກະຊວງສາທາລະນະສຸກ ໄດ້ກ່າວໃນຖະແຫຼງຂ່າວວ່າ: ຂໍໃຫ້ທ່ານຊາບວ່າ ການກວດດ້ວຍຊຸດເຄື່ອງກວດແບບໄວນັ້ນ ເປັນວິທີໜຶ່ງ ທີ່ຄະນະສະເພາະກິດໄດ້ກໍານົດໃຫ້ໃຊ້ໃນສະຖານບໍລິການ ຫຼື ການກວດແບບທ່າບຸກຢູ່ໃນຊຸມຊົນທີ່ມີການຕິດເຊື້ອ.
ເຖິງຈະກວດດ້ວຍເຄື່ອງກວດແບບໄວກໍ່ຕາມ ແຕ່ວິທີການກວດທີ່ເປັນມາດຕະຖານທີ່ສຸດ ຍັງແມ່ນການກວດໃນຫ້ອງວິເຄາະ.
ຄະນະສະເພາະກິດ ບໍ່ອະນຸຍາດໃຫ້ບຸກຄົນໃດໜຶ່ງໄປຊື້ມາກວດດ້ວຍຕົນເອງ ຍ້ອນເຫດຜົນດັ່ງນີ້:
– ເຄື່ອງກວດຂາຍແບບຊະຊາຍ, ມີຫຼາຍຊະນິດ ແລະ ອາດບໍ່ໄດ້ມາດຕະຖານ ຫຼື ຖືກຮັບຮອງຈາກອົງການອະນາໄມໂລກ.
– ບໍ່ໄດ້ຜ່ານການກວດກາ ແລະ ຖືກອະນຸຍາດ ຈາກກະຊວງສາທາລະນະສຸກ. ໃນບາງປະເທດເຖິງຈະມີການອະນຸຍາດ ແຕ່ກໍ່ໄດ້ມີການຮຽກເກັບຄືນບາງຊະນິດ ຍ້ອນວ່າ ໃຫ້ຜົນກວດຜິດພາດເປັນຈໍານວນຫຼາຍ.
– ບຸກຄົນທີ່ຊື້ມາກວດເອງ ຍັງບໍ່ມີຄວາມຊໍານານ ຊຶ່ງອາດເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ເຮັດໃຫ້ຜົນກວດຜິດພາດ.
– ການຖີ້ມເຄື່ອງກວດນັ້ນລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນ ເປັນການຖີ້ມທີ່ອັນຕະລາຍທີ່ສຸດ ເພາະເຄື່ອງກວດອາດມີເຊື້ອ ແລະ ອາດເປັນແຫລ່ງແຜ່ເຊື້ອ ເຮັດໃຫ້ເກີດການຕິດເຊື້ອໄວ, ແຜ່ລາມເປັນວົງກວ້າງ ເຊິ່ງອາດແມ່ນຄົນໃນຄອບຄົວຂອງທ່ານເອງ.
