ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ເມືອງປາກລາຍ

ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ເມືອງປາກລາຍສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ໄດ້ພົບສັນຍານການເກີດ.

ແຜ່ນດິນໄຫວ ພາຍໃນປະເທດລາວ ໃນວັນທີ 09 ຕຸລາ 2021 ເວລາ 02:02 ໂມງ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລິ ມີຈດສູນກາງເສັ້ນຂະໜານທີ 18.0 ອົງສາເໜືອ ແລະ ເສັ້ນແວງທີ 101.3 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 1.8 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 4 ກິໂລແມັດ.

ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບ້ານຫ້ວຍເດື່ອຫວານ ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນດັ່ງກ່າວແມ່ນໄກຈາກເທສະບານເມືອງປາກລາຍ ປະມານ 12 ກິໂລແມັດ.

ເຊິ່ງເຫດການແຜ່ນດິນໄຫວດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

Related Posts

Leave a Reply

Your email address will not be published. Required fields are marked *