ແຂວງ ຊຽງຂວາງ ກວດພົບຜູ້ຕິດເຊື້ອໃນຊຸມຊົນເພີ່ມອີກ 2 ກໍລະນີ.

ສະຖານະການຂອງພະຍາດໂຄວິດ-19 ທົ່ວປະເທດ​ປະຈຳວັນທີ​ 09 ຕຸລາ 2021​ ພົບຜູ້ຕິດເຊື້ອໃຫມ່​ + 425 ຄົນ, ຕິດໃນຊຸມຊົນ 419 ຄົນ. ນໍາເຂົ້າ 6 ກໍລະນີ.

ໃນນັ້ນ ແຂວງ ຊຽງຂວາງ ກວດພົບຜູ້ຕິດເຊື້ອໃນຊຸມຊົນ 2 ກໍລະນີ ຢູ່ ເມືອງ ຜາໄຊ. ທັງ 2 ກໍລະນິຜູ້ຕິດເຊື້ອນັ້ນລ້ວນແຕ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ.

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ.

ລາຍ​ລະອຽດ​ການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້.

Related Posts

Leave a Reply

Your email address will not be published. Required fields are marked *