News

ຂ່າວດີ ວັກຊິນ ຈະມາອີກ

ວັກຊິນ ຈະມາອີກ

ອາທິດໜ້າ ສປປ ລາວ ຈະໄດ້ຮັບວັກຊິນຕື່ມອີກ 1.500.000 ໂດສ.

ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຖະແຫລງຂ່າວ ຕອນເຊົ້າວັນທີ 08 ຕຸລາ 2021 ເຖິງສະພາບການສັກວັກຊິນຢູ່ ສປປ ລາວ ວ່າ:

ມາຮອດປະຈຸບັນ, ທົ່ວປະເທດມີຜູ້ສັກວັກຊີນແລ້ວທັງໝົດ 5 ລ້ານກວ່າຄົນແລ້ວ, ໃນນັ້ນມີຜູ້ສັກເຂັມທີໜື່ງແລ້ວ 3,4 ລ້ານກວ່າຄົນ ແລະ ເຂັມທີສອງ 2,1 ລ້ານຄົນ

ທ່ານກ່າວຕື່ມ ສະເພາະໄຕມາດທີ 4 ປີນີ້ ລັດຖະບານມີຄວາມພະຍາມຍາມໃຫ້ປະຊາຊົນບັນດາເຜົ່າໄດ້ຮັບວັກຊິນ ໃຫ້ຫລາຍເທົ່າທີ່ຫລາຍໄດ້ ເຊິ່ງປະຈຸບັນມີຜູ້ສັກວັກຊິນ ເຂັມທີໜຶ່ງໄດ້ປະມານ 41% ເຊິ່ງລັດຖະບານຄາດໝາຍໃຫ້ໄດ້ 50 %ຂຶ້ນໄປ ແຕ່ຍ້ອນຄວາມພະຍາຍາມຂອງລັດຖະບານໃນການຈັດຫາວັກຊິນ ອາທິດໜ້ານີ້ ສປປ ລາວ ຈະໄດ້ຮັບວັກຊິນ ຕືມອີກ 1.500.000ໂດສ

ພ້ອມທັງຮຽກຮ້ອງໃຫ້ຜູ້ອາຍຸສູງ ແລະ ຜູ້ມີພະຍາດປະຈໍາຕົວທີ່ຍັງບໍ່ໄດ້ຮັບວັກຊິນຈົ່ງຮີບຮ້ອນໄປສັກວັກຊິນໂດຍໄວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button