
ໃນເວລາ 7 ໂມງ 15 ນາທີ ຂອງວັນທີ 07 ຕຸລາ 2021( ພາຍຸດີເປຼຊັ້ນ ໄດ້ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ມີຈຸດສູນກາງຢູ່ເສັ້ນຂະໜານທີ 16.4 ອົງສາເໜືອ ແລະ ເສັ້ນແວງທີ 112.3 ອົງສາຕາເວັນອອກ ກໍາລັງເຄື່ອນໃນທິດຕາເວັນຕົກສ່ຽງເໜືອ, ຄາດວ່າຈະເພີ່ມກຳລັງແຮງຂື້ນກາຍເປັນພາຍຸໝຸນເຂດຮ້ອນໃນຕອນເຊົ້າມື້ອື່ນ ແລະ ສືບຕໍ່ເຄື່ອນທີ່ຜ່ານເກາະໄຮໜຶ່ງ ແລ້ວມຸ້ງໜ້າໄປຜ່ານພາກເໜືອຂອງປະເທດຫວຽດນາມ ໃນໄລຍະວັນທີ 10 – 11 ຕຸລາ 2021 ນີ້. ຊຶ່ງຕະຫຼອດການເຄື່ນທີ່ຂອງພາຍຸຫົວນີ້ ຈະສົ່ງຜົນກະທົບຕໍ່ສະພາບອາກາດໃນເຂດພາກເໜືອ, ພາກກາງ ແລະ ພາກໃຕ້ຂອງປະເທດລາວເຮົາດັ່ງນີ້:

ໄລຍະວັນທີ 07 ຫາ 09 ຕຸລາ 2021: ຈະມີຝົນຕົກປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈຳປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄຳມ່ວນ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນ້ໍາຖ້ວມງ ຢູ່ບາງທ້ອງຖິ່ນ.

ໄລຍະວັນທີ 09 ຫາ 11 ຕຸລາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນອອກ ເຊັ່ນ: ແຂວງ ສະຫວັນນະເຂດ, ຄຳມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫົວພັນ ແລະ ຊຽງຂວາງ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ດິນເຈື່ອນ, ນ້ຳຖ້ວມກະທັນຫັນ, ນໍ້າຖ້ວມຊ ແລະ ນ້ຳຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ໍາຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ.
