ຊ່ວງໂ ຄ ວິ ດນີ້ ບາງສິນຄ້າ ຂື້ນຮອດ 50%

ລັດຖະມົນຕີກະຊວງ ອຄ ລົງຕິດຕາມສະພາບການປ້ອງກັນ ໂຄວິດ-19 ແລະ ການຊື້-ຂາຍ ໃນຕະຫລາດໂນນຄໍ້.

ຂປລ. ໃນວັນທີ 6 ຕຸລາ 2021 ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະ ກຳ ແລະ ການຄ້າ (ອຄ) ພ້ອມຄະນະ ໄດ້ລົງຕິດຕາມສະພາບການປ້ອງກັນໂຄວິດ-19 ແລະ ການຊື້-ຂາຍ ໃນຕະຫລາດໂນນຄໍ້ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ເພື່ອຕິດຕາມ ແລະ ຊຸກຍູ້ໃນການຄຸ້ມຄອງລາຄາສິນຄ້າ, ມາດຕະການປ້ອງກັນພະຍາດໂຄວິດ-19 ພາຍໃນຕະຫລາດດັ່ງກ່າວ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນ ຫລວງວຽງຈັນ ໄດ້ລາຍງານສະພາບການຄຸ້ມຄອງ ແລະ ຕິດຕາມລາຄາສິນຄ້າໃນໄລຍະຜ່ານມາວ່າ: ວຽກງານການຄຸ້ມຄອງ ຕິດຕາມຂົງເຂດຫົວໜ່ວຍທຸລະກິດ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ແຕ່ງເຈົ້າໜ້າທີ່ເປັນ 3 ຈຸ ລົງກວດກາແຕ່ລະວັນ,

ການປະເມີນການປະຕິບັດໄລຍະວັນທີ 15-30 ກັນຍາ 2021 ສະພາບການຊື້-ຂາຍ ໂດຍລວມເຫັນວ່າປະຕິບັດຕາມລາຄາທີ່ລັດກໍານົດ, ແຕ່ມີສ່ວນໜຶ່ງມີການສວຍໂອກາດຂຶ້ນລາຄາສິນຄ້າ ເປັນຕົ້ນ ຊີ້ນໝູຂາຍເກີນລາຄາ, ເຊິ່ງເຈົ້າໜ້າທີ່ໄດ້ເຮັດບົດບັນທຶກກ່າວເຕືອນສຶກສາອົບຮົມ ແລະ ປັບໃໝ (ການຂາຍເກີນລາຄາ ສ່ວນຫລາຍແມ່ນຕະຫລາດຂະໜາດນ້ອຍ ຊື້ຍ່ອຍຈາກລູກຂຽງຕະຫລາດໃຫຍ່).

ສ່ວນການຊື້-ຂາຍ ທຽບໃສ່ໄລຍະປົກະຕິຫລຸດລົງ 35-40% ເຫັນວ່າຕະຫລາດ ແລະ ຊາວຄ້າຂາຍ ໃຫ້ການຮ່ວມມືຕາມແຈ້ງການແນະນໍາ ໄດ້ປິດບໍລິການຊົ່ວຄາວ ເພື່ອຫລຸດຜ່ອນຄວາມແອອັດ.ສຳລັບການສະໜອງສິນຄ້າ ເຫັນວ່າພຽງພໍກັບຄວາມຕ້ອງການ ໂດຍສະເພາະສິນຄ້າສະບຽງອາ ຫານທີ່ນອນໃນບັນຊີຄວບຄຸມ ມີປະເພດຊີ້ນໝູທີ່ຂາຍຫລຸດຈາກລາຄາກໍານົດ ໂດຍລັດກຳນົດຊີ້ນໝູປະ ເພດ 1 ຂາຍໃນລາຄາບໍ່ເກີນ 48 ພັນກີບຕໍ່ກິໂລ, ແຕ່ໃນຕະຫລາດ (ບາງແຫ່ງ) ຂາຍ 45 ພັນກີບຕໍ່ກິໂລ.

ສໍາລັບລາຄາສິນຄ້າພືດຜັກ ແມ່ນມີການເໜັງຕີງຂຶ້ນລົງຕາມລະດູການເປັນບາງວັນ ສະເລ່ຍມີ 3 ລາຍການເໜັງຕີງສູງ ຄື: ຜັກຫອມປ້ອມ, ຫອມບົ່ວ, ຫອມລາບ ປະມານ 50%.ປັດຈຸບັນຕະຫລາດໂນນຄໍ້ ມີໂຕະຂາຍທັງໝົດ 760 ໂຕະ, ມີແມ່ຄ້າເຂົ້າຂາຍລວມ 750 ຄົນ ເຊິ່ງແມ່ຄ້າທຸກຄົນແມ່ນສັກວັກຊິນຄົບ 2 ເຂັມ.

ພ້ອມນັ້ນ, ທາງຕະຫລາດມີການອໍານວຍຄວາມສະດວກທາງເຂົ້າ-ອອກ, ໄດ້ມີການວັດແທກອຸນນະພູມໃຫ້ກັບແມ່ຄ້າ ແລະ ຜູ້ເຂົ້າມາບໍລິການທຸກຄັ້ງ, ພ້ອມເນັ້ນໃສ່ຜ້າອັດປາກ-ດັງ, ເຈວລ້າງມື ແລະ ທຸກວັນ, ຫລັງປິດຕະຫລາດ ແມ່ນໄດ້ທໍາການອະນາໄມ ແລະ ສີດຢາຂ້າເຊື້ອພະຍາດໂຄວິດ-19 ທຸກມື້.

ໂອກາດນີ້, ທ່ານລັດຖະມົນຕີ ໄດ້ເນັ້ນໃຫ້ເຈົ້າໜ້າທີ່ການຄ້າ ເອົາໃຈໃສ່ເພີ່ມທະວີການກວດກາການຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ຜູ້ປະກອບການຊາວຄ້າຂາຍ ຕ້ອງມີມາດຕະການທີ່ດີໃນການປ້ອງກັນໂຄວິດ-19 ແລະ ໃຫ້ຈັດສັນຄວາມເປັນລະບຽບຂອງການຄ້າຂາຍ, ເອົາໃຈໃສ່ເພີ່ມທະວີໃນການຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າ ວາງມາດຕະການເຂັ້ມງວດໃຫ້ແມ່ຄ້າໃນຕະຫລາດ ແລະ ມາດຕະການຕໍ່ຜູ້ເຂົ້າມາໃຊ້ຕະຫລາດ ເພື່ອບໍ່ໃຫ້ມີການລະບາດຂອງພະຍາດໃນຕະຫລາດ.

ຂ່າວ: ມະນີທອນ.

ພາບ: ຈອນນີ

Related Posts

Leave a Reply

Your email address will not be published. Required fields are marked *