ຂ່າວດີ ຜູ້ຕິດເຊື້ອ ຫາຍດີ 9.611 ຄົນແລ້ວ

ຄະນະສະເພາະກິດແຈ້ງຂ່າວ “ວັນນີ້ 28 ສິງຫາ 2021, ມື້ຜ່ານມາໄດ້ກວດວິເຄາະທັງໝົດ 2,839

ຕົວຢ່າງ.”(1). ຜົນການວິໄຈພົບຜູ້ຕິດເຊື້ອ ຈຳນວນ ( + 115 ) ກໍລະນີ, “( + 55 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+ 60 ) ກໍລະນີຊຸມຊົນທີ່ໄດ້ມີການສຳພັດກັບຜູ້ຕິດເຊື້ອຜ່ານມາ ແລະ ລວມສະຖິຕິຜູ້ຕິດເຊື້ອທັງໝົດ ( 14,466 )

ກໍລະນີ:1. ນະຄອນຫຼວງວຽງຈັນ (+ 21 ) ກໍລະນີທີ່ປະກອບດ້ວຍ “(+ 04 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 17 ) ກໍລະນີຊູມຊົນ ທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ, ຈາກຈຳນວນການວິເຄາະທັງໝົດ 1,158 ຕົວຢ່າງ,

2. ແຂວງບໍແກ້ວ (+ 20 ) ກໍລະນີ ” (+ 00 ) ກໍລະນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+ 20 ) ກໍລະນີຊຸມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ,

3. ແຂວງຫຼວງນໍ້າທາ (+ 01 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ,

4. ແຂວງໄຊຍະບູລີ (+ 01 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,

5. ແຂວງຫຼວງພະບາງ ( + 02 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ,

6. ແຂວງວຽງຈັນ (+ 01 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,

7. ແຂວງບໍລິຄຳໄຊ (+ 01 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,

8. ແຂວງຄຳມ່ວນ (+ 11 ) ກໍລະນີ ” (+ 09 ) ກໍລະນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+ 02 ) ກໍລະນີຊຸມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ,

9. ແຂວງສາລະວັນ (+ 15 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,

10. ແຂວງສະຫວັນນະເຂດ ( + 30 ) ກໍລະນີ ” ( + 12 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ, ( + 13 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ ແລະ ( + 05 ) ກໍລະນີຄ້າຍນັກໂທດຫ້ອງຄຸມຂັງ, ຈາກຈຳນວນການວິເຄາະທັງໝົດ 471 ຕົວຢ່າງ,

11. ແຂວງຈຳປາສັກ ( + 12 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ, ຈາກຈຳນວນການວິເຄາະທັງໝົດ 151

ຕົວຢ່າງ;(2). ລວມຍອດຜູ້ທີ່ຍັງຮັບການປິ່ນປົວ ( 4,843 ) ກໍລະນີ;(3). ປິ່ນປົວຫາຍດີວັນນີ້ ( – 200 ) ກໍລະນີ ແລະ ລວມສະຖິຕິຜູ້ທີ່ປິ່ນປົວຫາຍດີທັງໝົດ ແລະ ອອກຈາກໂຮງໝໍແລ້ວຈຳນວນ ( 9,611 )

ກໍລະນີ;(4). ເສຍຊີວິດ (+ 00 ) ກໍລະນີ (ໃໝ່) ແລະ ລວມສະຖິຕິຈຳນວນຜູ້ເສັຍຊີວິດ ( 12 ) ກໍລະນີ;(5). ຂໍ້ມູນລະອຽດເພີ່ມເຕີມ ກໍລະນີຕິດເຊື້ອພາຍໃນຊູມຊົນຂອງວັນນີ້:(ໜື່ງ). ນະຄອນຫຼວງ (+ 17 )

ກໍລະນີຊຸມຊົນ, ຊື່ງລາຍລະອຽດຂອງຊຸມຊົນປະກອບມີ: 1. ຈຸ້ມບໍລິສັດຂົນສົ່ງທ່າເຮືອຫຼັກ 04 ເຂດທ່າພະລານໄຊ (11) ຄົນ ໃນນັ້ນເປັນພະນັກງານບໍລິສັດ (06) ແລະ (04) ຄົນ ແມ່ນສະມາຊິກຄອບຄົວ ແລະ ຜູ້ທີ່ໄດ້ພົວພັນກັບຜູ້ຕິດເຊື້ອ (ຈາກ ບ້ານທ່າພະລານໄຊ 05, ສະພັງໝໍ້ 01, ດົງຄຳຊ້າງ 01, ໜອງໄຮ 01, ໂນນສະຫວ່າງ 01 ແລະ ສ້າງເຫວີຍ 01;

2. ຈຸ້ມໜອງແຫ້ວ-ສິມະໂນ ທີ່ກ່ຽວພັນກັບພະນັກງານບໍລິສັດເບຍລາວ (07) ຄົນ (ຈາກບ້ານ ສິມມະໂນ 04 ແລະ ທ່າພະ 02) ແລະ ມາຮອດປັດຈຸບັນຈຸ້ມນີ້ມີ ທັງໝົດ (35) ຄົນ;(ສອງ).

ແຂວງບໍ່ແກ້ວ (+ 20 ) ກໍລະນີຊຸມຊົນທັງໝົດ ແລະ ເປັນກໍລະນີສໍາຜັດຂອງຜູ້ຊິດເຊື້ອກ່ອນໜ້ານີ້, ຊື່ງລາຍລະອຽດຂອງຊຸມຊົນປະກອບມີໃນເມືອງຕົ້ນເຜິ້ງ:

1. ບ້ານສີເມືອງງາມ (10) ຄົນ,2. ບ້ານດອນສະຫັວນ (05) ຄົນ,3. ບ້ານຄຸນບົງ (04) ຄົນ,4. ເຂດ ພິເສດ (01) ຄົນ;(ສາມ).

ແຂວງຫຼວງນໍ້າທາ (+ 01 ) ກໍລະນີຊຸມຊົນ ແມ່ນຍັງບໍ່ທັນໄດ້ຂໍ້ມູນລະອຽດເທື່ອ;(ສີ່).

ແຂວງຫຼວງພະບາງ (+ 02 ) ກໍລະນີຊຸມຊົນ ແລະ ເປັນກຸ່ມທີ່ຕິດເຊື້ອເຊື່ອມໂຍງກັບ ບ້ານນາຝາຍ ເມືອງນານ;(ຫ້າ).

ແຂວງສະຫວັນນະເຂດ (+ 13) ກໍລະນີຊຸມຊົນ ແລະ (05) ພະນັກງານຕຳຫຼວດຢູ່ຄ້າຍຄຸມຂັງ ແລະ (05) ຄົນແມ່ນ ກຸ່ມບ້ານລາດສະວົງ ແລະ ສ່ວນທີ່ເຫຼືອ ແມ່ນ ກ່ຽວພັນກັບພະນັກງານຂັບລົດລັດຕະນະວົງ.

Related Posts

Leave a Reply

Your email address will not be published. Required fields are marked *