ຂໍຝາກເປັນສະພານບຸນ ຜູ້ທີ່ມີຈິດໃຈເມດຕາ ມື້ວານນີ້ ທີ5 .

ຂ້າພະເຈົ້າໄດ້ນຳເຂົ້າຈີ່ ນ້ຳດື່ມເຂົ້າຫນົມຈຳນວນ1ໄປແຈກຍາຍ ໃຫ້ຄົນທີ່ບໍ່ມີບ້ານຢູ່.

ເກັບຕຸກນ້ຳຫລືຄົນເລລອນຕາມທາງ ນີ້ຄືຮູບພາບທີ່ເກັບມາເລັກນ້ອຍ ບາງຄົນບໍ່ໄດ້ຖ່າຍເພາະຂີ່ລົດຢາຍ😊ແລ້ວໄປເຈິເອື້ອຍຜູ້1ຄົນທີ່ເຄີຍເຮັດວຽກກັບນ່າສາວແຟນ ລາວອາໃສຢູ່ນຳລູກສາວ3ຄົນ.

ເຫັນແລ້ວກະອີ່ຕົນ ຂ້ອຍເອງກະບໍ່ໄດ້ມີຫລືລວຍມາແຕ່ໃສ ຊ່ວຍໄດ້ສ່ຳແຮງໂຕເອງມີ ລາວຂາດເຂີນຫລາຍ ສາດສິປູນັ່ງກະບໍ່ມີ.

ໃຜທີ່ຢາກຊ່ວຍເຫລືອລາວແມ່ນຕິດຕໍ່ມາໄດ້ເດີ້ ເຮົາຈະບໍ່ຮັບເງິນ💵

ຂໍຮັບເປັນເຂົ້າສານອາຫານແຫ້ງ ເຄື່ອງໃຊ້ຂອງສອຍຕ່າງໆ ຖ້າໃຜຢາກຊ່ວຍເປັນປັດໃຈລາວແມ່ນເຮົາຈະແຈ້ງບັນຊີລາວທີ່ຫລັງເດີ້

ຂອບໃຈ🙏
#ຄົນລະເລັກລະຫນ້ອຍເພື່ອເພື່ອນມະນຸດດ້ວຍກັນ
ທີ່ມາ.
