News

ປາດໂທ! 4ແອັບຫຼົ້ມມື້ຄືນນີ້ ມາກ ໂພສຂໍໂທດ 7ຊົ່ວໂມງທີ່ຫຼົ້ມໄປສູນເງິນ 6ພັນລ້ານກວ່າໂດລາ

ມື້ຄືນນີ້ເກີດຫຍັງຂຶ້ນ ຊາວເນັດຮູ້ດີ ເຟສຫຼົ້ມ, ໄອຈີຫຼົ້ມ ລວມເຖິງອີກ 2ແອັບ ເຊິ່ງບໍ່ໄດ້ຫຼົ້ມພຽງແປັບດຽວ ແຕ່ເປັນເວລາເຖິງ 7ຊົ່ວໂມງ ທີ່ບີບຄວາມຮູ້ສຶກ ໂຊຊຽວຫົວຮ້ອນແຮງ ເພາະມັນອາດເຮັດໃຫ້ຫຼາຍຢ່າງຢຸດຊະງັກ ສ່ວນແອັດເອງນັ້ນ ຮູ້ສຶກແປກໆ ຄືຂາດບາງຢ່າງໃນຊີວິດໄປ.

7ຊົ່ວໂມງຜ່ານໄປ ຫຼ້າສຸດ ວັນທີ 5 ຕຸລາ 2021 ມາກ ຊັກເຄີເບີກ ປະທານບໍລິສັດ ແລະ ປະທານເຈົ້າໜ້າທີ່ບໍລິຫານ ຫຼື CEO ຂອງເຟສບຸກ ໂພສຂໍໂທດຜູ້ໃຊ້ທົ່ວໂລກ ຜ່ານທາງເຟສບຸກຂອງເຂົາເອງໃນມື້ນີ້ ຫຼັງເຟສບຸກກັບມາໃຊ້ງານໄດ້ແລ້ວ ພ້ອມແຈ້ງວ່າເຟສບຸກ ແລະ ອີກ 3ແອັບໃນເຄືອ ທີ່ຫຼົ້ມພ້ອມກັນໃນຄັ້ງນີ້ຄື Instagram, WhatsApp ແລະ Messenger ກັບມາໃຊ້ງານໄດ້ແລ້ວ.

ສ່ວນສາເຫດຂອງການຫຼົ້ມໃນຄັ້ງນີ້ ພະນັກງານໃນເຟສບຸກຫຼາຍຄົນເປີກເຜີຍໂດຍປົກປິດຊື່ວ່າ: ໜ້າຈະເກີດຈາກຄວາມຜິດພາດໃນລະບົບຣາວເຕີພາຍໃນບໍລິສັດ ທີ່ຕິດຕໍ່ກັບລະບົບໂດເມນເນມເທິງອິນເຕີເນັດ ບວກກັບຄວາມລົ້ມເຫຼວຂອງເຄື່ອງມືສື່ສານພາຍໃນບໍລິສັດ ແລະ ລະບົບອື່ນໆ ທີ່ຕ້ອງອາໄສຊື່ໂດເມນເນມດຽວກັນໃນດານເຮັດວຽກຂອງລະບົບ.

ເຫດການໃນຄັ້ງນີ້ ບໍ່ໄດ້ເຮັດໃຫ້ຊາວໂຊຊຽວ ຫົວຮ້ອນຢ່າງດຽວ ແຕ່ເຟສບຸກສູນເສຍລາຍໄດ້ໄປຫຼາຍພັນລ້ານ ສົ່ງຜົນໃຫ້ຫຸ້ນດິ່ງລົງ 4,9%. ໂດຍຫຸ້ນຂອງມາກ ຊັກເຄີເບີກ ຫຼຸດລົງໄປຢູ່ທີ່ 121.600 ລ້ານໂດລາ ເຮັດໃຫ້ອັນດັບບຸກຄົນທີ່ຮັ່ງມີທີ່ສຸດໃນໂລກຂອງເຂົາຫຼົ່ນລົງໄປຢູ່ອັນດັບ 5 ຕໍ່າກວ່າ ບິວເກດ ຕາມດັດຊະນີມະຫາເສດຖີຂອງບູມເບີກ.

ນັ້ນໝາຍຄວາມວ່າ ຄວາມມັ່ງຄັ່ງຫຼຸດລົງເກືອບ 7.000ລ້ານໂດລາໃນເວລາບໍ່ເທົ່າໃດຊົ່ວໂມງ ເຮັດໃຫ້ເຂົາຕົກອັນດັບໃນລາຍຊື່ຄົນທີ່ຮັ່ງມີທີ່ສຸດໃນໂລກ ຫຼັງຈາກບໍລິການຂອງບໍລິສັດ Facebook Inc ເກີດບັນຫາຫຼົ້ມໄປຫຼາຍຊົ່ວໂມງ.

ທີ່ມາ: ອີຈັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button