ພົບສົບຜູ້ເສຍຊີວິດ ແລ້ວ ເຫດຄົນຈົມນໍ້າໃນວັນທີ20/04/2023 ເວລາ11:10ແມ່ນການສືບຕໍ່ຄົ້ນຫາມື້ທີສອງຂອງໜ່ວຍກູ້ໄພນະຄອນຫລວງ 1624.
ຈຸດເກີດເຫດແມ່ນ ບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ຜູ້ສູນຫາຍເປັນເພດຊາຍ ອາຍຸປະມານ 32 ປີ
ບ້ານຈື່ຢາງເມືອງບຸນໃຕ້ ແຂວງຜົ້ງສາລີ.ທາງຫນ່ວຍກູ້ໄພນະຄອນຫລວງ 1624.
ຈຶ່ງໄດ້ໃຊ້ອຸປະກອນແລະທີມຄົ້ນຫາທາງນໍ້າເພື່ອຄົ້ນຫາຜູ້ສູນຫາຍ ມາຮອດເວລາ 11:10 ໂມງ
ຈຶ່ງໄດ້ພົບຜູ້ສູນຫາຍໃນເຂດບໍລິເວນທີ່ເກີດເຫດ.
ສ່ວນສາເຫດໃນການຈົມນໍ້າຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດຈຶ່ງໄດ້ມອບໃຫ້ເຈົ້າຫນ້າທີ່ສືບສວນແລະສອບສວນຕໍ່ໄປ.