ຊ່ວຍກັນເດີ ພິ່ນ້ອງ.

ແຂວງຫຼວງພະບາງ ມ້າງກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ ຍືດຂອງກາງຢາບ້າ 3 ລ້ານກວ່າເມັດ
ທ່ານ ພັທ ສົມບູນ ທະນາວັນ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປ.ກ.ສ ແຂວງຫຼວງພະບາງ ໃຫ້ສໍາພາດຕໍ່ນັກຂ່າວພວກເຮົາໃນ ວັນທີ 4 ຕຸລາ 2021 ນີ້ວ່າ:

ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປ.ກ.ສ ແຂວງຫຼວງພະບາງ ຫຼັງຈາກທີ່ໄດ້ຮັບຂໍ້ມູນລະອຽດວ່າມືຜູ້ຄ້າຢາເສບຕິດວາງແຜນຂົນສົ່ງຢາຈາກແຂວງອຸດົມໄຊ ຜ່ານຫຼວງພະບາງ ຈິ່ງໄດ້ເອົາໃຈໃສ່ໃນການຕ້ານເພື່ອບໍ່ໃຫ້ພວກກຸ່ມຄົນບໍ່ດີສວຍໂອກາດຄ້າຂາຍຢາເສບຕິດ, ເອົາໄປເບື່ອເມົາສັງຄົມ ສາມາດກັກຜູ້ຕ້ອງຫາໄດ້ທັງໝົດ 03 ຄົນ ຄື:
ທ້າວ ບີ ທຳມະຈິດ ອາຍຸ 27 ປີ ອາຊີບຫວ້າງງານ, ຊົນເຜົ່າລາວ ຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ, ທ້າວ ເບັງລີ ອາຍຸ 29 ປີ ອາຊີບ ຫວ້າງງານ ຢູ່ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ແລະ ທ້າວ ສີດາເລົ່າ (ດາລີ) ອາຍຸ 27 ປີ ອາຊີບຄ້ານາຍ ຢູ່ບ້ານຊົ່ງຈາ ເມືອງນ້ຳບາກ ແຂວງຫຼວງພະບາງ ພ້ອມຂອງກາງລົດໃຫຍ່ 3 ຄັນ ແລະ ຢາບ້າ 3 ລ້ານກວ່າເມັດ.

ທ່ານກ່າວຕື່ມວ່າ ສໍາລັບເປົ້າໝາຍຄັ້ງນີ້ ຖືວ່າເປັນລາຍໃຫຍ່ທີ່ສຸດ ຫາກທຽບໃສ່ຜ່ານມາທີ່ທາງເຈົ້າໜ້າທີ່ສາມາດຍຶດໄດ້ ເຊິ່ງຂອງກາງທັງໝົດແມ່ນຍຶດໄດ້ໃນລະຫວ່າງ ວັນທີ 27-31 ສິງຫາ ປີ 2021
ຢູ່ບ້ານປົ່ງດົງ ເມືອງນານ, ບ້ານຊົງຈ່າ, ບ້ານຫຼັກ50 ເມືອງນ້ຳບາກ, ແຂວງຫຼວງພະບາງ ແລະ ບ້ານດອນໄຊ, ເມືອງໄຊ ແຂວງອຸດົມໄຊ ເຊິ່ງປະກອບມີຂອງກາງ ຢາບ້າ ທັງໝົດ 570 ແພັກ ຫຼື ເທົ່າກັບ 1.710 ມັດ, ຈຳນວນ 3.420.077 ເມັດ, ເງິນກີບທະນາຄານ ຈໍານວນ 5 ລ້ານກີບ,
