ບໍ່ຕ້ອງການລັ່ນໄກປືນ! “ພວກຮົກໂລກ…ມັນລັກລົດຈັກເຮົາ 2 ຄັນແລ້ວ“✓
…….
ເວລາ 12:25 ນາທີຂອງວັນທີ 1 ເມສາ 2023 ເກີດເຫດມີໂຈນຂີ້ລັກ 2 ຄົນເຂົ້າໄປລັກເອົາລົດຈັກໃນເຮືອນແຫ່ງຫນຶ່ງເຊິ່ງເປັນຄອບຄົວຂອງທະຫານໃນຍາມກາງເວັນແທ້ໆ.
…ຢູ່ບ້ານຫນອງທາເຫນືອ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.
ທະຫານຮ່ວມມືກັບພົນລະເມືອງດີໄລ່ຢຽບມ້າມໂຈນລາຍນີ້ໃຊ້ເວລາເກືອບຊົ່ວໂມງ ສຸດທ້າຍສາມາດຈັບໄດ້ພຽງແຕ່ຄົນດຽວ ແລະ ອີກຄົນຫນຶ່ງຂັບເອົາລົດຈັກຫນີ, ຄາດວ່າບໍ່ເກີນມື້ອື່ນສາມາດຈັບໄດ້ເພາະຫມຸ່ຂອງໂຈນທີ່ຖືກຄວບຄຸມຕົວໃຫ້ຂໍ້ມູນຫມົດແລ້ວ.
ຈາກການເປີດເຜີຍຂອງອ້າຍນ້ອງທະຫານບອກ“ມັນເຂົ້າລັກລົດຈັກຂອງພວກເຮົາລວມເປັນ 2 ຄັນແລ້ວ…
ຂ້ອຍຂັບໄລ່ມັນມາຕັ້ງໄກຕາມຊອກຊອຍຮ່ອມນ້ອຍຮ່ອມໃຫຍ່ໃນຊຸມຊົນ…ສະນັ້ນຂ້ອຍຈິ່ງຕັດສິນໃຈບໍ່ລັ່ນໄກປືນ…ອາດມີຄວາມສ່ຽງຈະເຮັດຄົນອື່ນຖືກລຸກຫລົງ.
👉ສຸດທ້າຍທີມງານຈົດຫມາຍຂ່າວຂໍສະແດງຄວາມຍ້ອງຍໍຊົມເຊີຍ“ອ້າຍນ້ອງທະຫານຜູ້ກ້າຫານປົກປ້ອງຊີວິດ
ແລະ ຊັບສິນຂອງປະຊາຊົນ.Credit/ແຫລ່ງຂ່າວ: ຈົດຫມາຍຂ່າວ