ໃຫ້ປະຊາຊົນ ຫຼີກລ້ຽງການສັນຈອນ ຂາມຂົວນໍ້າຂອງ ປາກເຊ – ໂພນທອງ ເພາະຈະມີພິທີສູດປະຣິຕະມຸງຄຸນ

ມື້ນີ້ 30 ມີນາ 2023 ເວລາ 17:00- 18:00 ໂມງ..

ໃຫ້ປະຊາຊົນ ຫຼີກລ້ຽງການສັນຈອນ ຂາມຂົວນໍ້າຂອງ ປາກເຊ – ໂພນທອງ ເພາະຈະມີພິທີສູດປະຣິຕະມຸງຄຸນ ກຳຈັດປັດເປົ່າ ຖອດຖອນ ສິ່ງທີ່ບໍ່ດີອອກຈາກຂົວ.

ອີງຕາມ ກອງປະຊຸມຄົບຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຈຳປາສັກ ຄັ້ງວັນທີ 29 ມີນາ 2023,

ຫ້ອງການບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຈໍາປາສັກ ຈຶ່ງໄດ້ອາຣາດທະນານິມົນ ພຣະອາຈານ 16 ອົງ

ເພື່ອເຂົ້າຮ່ວມພິທີສູດປະຣິຕະມຸງຄຸນ ກຳຈັດປັດເປົ່າ ຖອດຖອນ ສິ່ງທີ່ບໍ່ດີອອກຈາກຂົວຂ້າມນໍ້າຂອງ ປາກເຊ – ໂພນທອງ ໃນວັນທີ 30 ມີນາ 2023 ເວລາ 17:00 ໂມງ.

Related Posts

Leave a Reply

Your email address will not be published. Required fields are marked *