ອຸບັດຕິເຫດລົດໃຫຍ່ເສຍຫຼັກປີ້ນລົງຂົວ

ໜວ່ຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ ໄດ້ຮັບແຈ້ງເຫດຜ່ານເບີ 081 1625 ວ່າມີອຸບັດຕິເຫດລົດໃຫຍ່ເສຍຫຼັກປີ້ນລົງຂົວນ້ຳກໍ

ອຸບັດຕິເຫດລົດໃຫຍ່ເສຍຫຼັກປີ້ນລົງຂົວຜູ້ບາດເຈັບ 1 ຄົນໃນວັນທີ 28 ມີນາ 2023 ເວລາ 02:10ນາທີ

*ຈຸດເກີດເຫດ: ຂົວນ້ຳກໍ1 ບ້ານນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ.

*ຂໍ້ມູນຜູ້ບາດເຈັບ: ເພດຊາຍ. ອາການບາດເຈັບເບື້ອງຕົ້ນ: ມີບາດແຜເຫຼິ້ນຖະຫຼອກຕາມຕົນໂຕ.

ລິ້ງຄລິບ.

https://fb.watch/jyHvr1U5rD/

ດັ່ງນັ້ນ,ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊຈື່ງໄດ້ນຳໂຕຜູ້ບາດເຈັບອອກຈາກລົດ ແລ້ວປະຖົມພະຍາບານເບື້ອງຕົ້ນນຳສົ່ງໂຮງໝໍແຂວງອຸດົມໄຊເພື່ອທຳການປິ່ນປົວໃນຂັ້ນຕໍ່ໄປ.

*ສ່ວນສາເຫດການເສຍຫຼັກປີ້ນຄັ້ງນີ້ແມ່ນຢູ່ໃນຂັ້ນຕອນເຈົ້າໜ້າທີ່ວິຊາສະເພາະສືບສວນສອບສວນ.

Related Posts

Leave a Reply

Your email address will not be published. Required fields are marked *