ແຈ້ງການພັກໂຮງຮຽນ

ເມືອງ ທ່າພະບາດ​ ແຂວງບໍລິຄຳໄຊ ແຈ້ງການພັກໂຮງຮຽນ ຊົ່ວຄາວ.

– ອີງຕາມ ທິດຊີ້ນໍາຂອງຄະນະປະຈໍາພັກເມືອງ ທ່າພະບາດ ໃນຄັ້ງວັນທີ 27 ມີນາ 2023. – ອີງຕາມ ທິດຊີ້ນໍາຂອງພະແນກສຶກສາທິການ ແລະ ກິລາແຂວງ ບໍລິຄໍາໄຊ ໃນຄັ້ງວັນທີ 27 ມີນາ 2023. – ອີງຕາມ ສະພາບຄວາມເປັນຈິງທົ່ວເມືອງ ທ່າພະບາດ ມີຫມອກຄັວນໄປທົ່ວ.

ຫ້ອງການສຶກສາທິການ ແລະ ກິລາເມືອງ ທ່າພະບາດ ຂໍຖືເປັນກຽດແຈ້ງມາຍັງຜູ້ອໍານວຍການ ໂຮງຮຽນທົ່ວເມືອງ ທ່າພະບາດ ຮັບຊາບວ່າ: ໃນລະຫວ່າງວັນທີ 28-29 ມີນາ 2023 ໃຫ້ແຕ່ລະໂຮງຮຽນພັກການຮຽນ ເນື່ອງຈາກວ່າໃນປະຈຸບັນມີຫມອກຄ້ວນເຊິ່ງປົກຄຸມທົ່ວເມືອງ ທ່າພະບາດ.

ເຊິ່ງຈະເປັນຜົນກະທົບຕໍ່ສຸຂະພາບຂອງ ນັກຮຽນ ເຊິ່ງມີອການຫັນໃຈຫມົດ ແລະ ແສບຕາ ແລະ ພົບຄວາມຫຍຸ້ງຍາກໃນການສັນຈອນໄປມາ ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ວັນທີ​ 27 ມີນາ​2023 ນີ້​ ເມືອງ ທ່າພະບາດ​ ແຂວງບໍລິຄຳໄຊ ແຈ້ງການພັກໂຮງຮຽນ ຊົ່ວຄາວ ລະຫວ່າງວັນທີ 28-29 ມີນາ 2023 ທົ່ວເມືອງ ທ່າພະບາດ.

ເນື່ອງຈາກວ່າ ໄດ້ຮັບຜົນກະທົບຈາກໝອກຄວັນ ທີ່ເປັນມົນລະພິດໄດ້ກະຈາຍໄປທົ່ວ​ເມື​ອງ ອັນເປັນຜົກະທົບຕໍ່ສຸຂະພາບ.

ຂ່າວຮູບພາບລາວພັດທະນາ​ #ສະພາບອາກາດ​ #ແຈ້ງການ

ຝຸ່ນ+ຄວັນ​ ຢູ່ເມືອງ​ທ່າ​ພະບາດ​ ແຂວງ​ບໍລິຄຳໄຊ​ຍ້ຍ້ອນການຈູດໄຮ່.

ໄຟໄໝ້ລາມປ່າ ພາບ​ ວັນທີ 25 ມີນາ​ 2023

ຊົມຄລິບ

Related Posts

Leave a Reply

Your email address will not be published. Required fields are marked *